ຫາລືຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ

55

ວັນທີ 25 ກຸມພາ 2020 ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄະນະກຳມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ( ຄຕຟງ ) ສະໄໝສາມັນ ຄັ້ງທີ I ປະຈໍາປີ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະມາຊິກຄະນະກຳມະການແຫ່ງຊາດ, ຄະນະສະເພາະກິດຮັບຜິດຊອບການປະເມີນຜົນຮອບດ້ານ, ກອງເລຂາ ແລະ ບາງກະຊວງກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມ.

ກອງປະຊຸມໄດ້ມີການປຶກສາຫາລືຫຼາຍບັນຫາທີ່ມີຄວາມສໍາຄັນຕິດພັນກັບວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງ ສປປ ລາວ ໂດຍສະເພາະແມ່ນການກະກຽມຄວາມພ້ອມເພື່ອປະເມີນຜົນຮອບດ້ານຂອງ ສປປ ລາວ ໃນປີ 2020 – 2021.

ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຂອງບັນດາຄະນະກໍາມະການຂອງ 4 ພາກສ່ວນ ທີ່ຮັບຜິດຊອບການປະເມີນຜົນຮອບດ້ານ ເຊິ່ງປະກອບມີ: ພາກສ່ວນທີ 1 ຮັບຜິດຊອບວຽກງານເຜີຍແຜ່ ແລະ ເຊື່ອມຊຶມ, ພາກສ່ວນທີ 2 ຮັບຜິດຊອບວຽກງານນິຕິກໍາ ແລະ ກົນໄກ, ພາກສ່ວນທີ 3 ຮັບຜິດຊອບວຽກງານຄຸ້ມຄອງ ແລະ ພາກສ່ວນທີ 4 ຮັບຜິດຊອບວຽກງານດໍາເນີນຄະດີ.

ນອກຈາກນີ້, ກອງເລຂາຍັງໄດ້ລາຍງານກ່ຽວກັບວາລະການປະເມີນຜົນຮອບດ້ານວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ການປະກອບຂໍ້ມູນໃສ່ບົດລາຍງານດ້ານນິຕິກໍາ ແລະ ກົນໄກຂອງ ສປປ ລາວ ແລະ ແຜນວຽກອື່ນໆ ໂດຍສຸມໃສ່:

1 ຊຸກຍູ້ພາກສ່ວນກ່ຽວຂ້ອງໃຫ້ຮັບຮອງນິຕິກໍາໄປຕາມແຜນ ແລະ ສະໜອງເອກະສານທີ່ກ່ຽວຂ້ອງໃຫ້ກອງເລຂາ ເພື່ອຄັດຕິດໃສ່ບົດລາຍງານ ແລະ ນໍາສົ່ງໃຫ້ສາກົນໃຫ້ທັນຕາມກໍານົດເວລາ.

2 ກະກຽມສ້າງແຜນເຮັດວຽກນໍາແຕ່ລະພາກສ່ວນ ເພື່ອຮັບປະກັນການຄົ້ນຄວ້າປະກອບຂໍ້ມູນໃສ່ບົດລາຍງານດ້ານປະສິດທິຜົນ ການຈັດຕັ້ງປະຕິບັດວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ຕອບຄໍາຖາມກັບຜູ້ປະເມີນໃນເວລາມີການປະເມີນຕົວຈິງ.

3 ກະກຽມຄວາມພ້ອມຮອບດ້ານ ເພື່ອເຮັດວຽກກັບທີມປະເມີນທີ່ຈະມາປະເມີນ ສປປ ລາວ ໃນກາງປີ 2020 ຫາຕົ້ນປີ 2021.