ອາກາດປ່ຽນແປງແບບນີ້ ເຕືອນຊາວສວນ! ລະວັງບົ້ງເຈາະໝາກເຂືອ

96

ໃນສະພາບອາກາດທີ່ເຢັນ, ມີຄວາມຊື້ນຫຼາຍໃນຊ່ວງເຊົ້າ ແລະ ຕອນກາງຄືນ, ແຕ່ຕອນກາງເວັນອາກາດພັດຮ້ອຍອົບເອົ້າ ສະພາບອາກາດແບບນີ້ເຕືອນເຖິງຊາວສວນຜູ້ປູກໝາກເຂືອ ໃຫ້ເຝົ້າລະວັງການລະບາດຂອງບົ້ງເຈາະໝາກເຂືອ ທີ່ສາມາດພົບໄດ້ໃນໄລຍະການເກັບກ່ຽວຜົນຜະລິດ.

ສໍາລັບໃນໄລຍະຂອງການຈະເລີນເຕີບໂຕ ໃຫ້ຊາວສວນສັງເກດຕິດຕາມ ການລະບາດຂອງບົ້ງຊະນິດນີ້ ມັນຈະເຈາະໝາກ, ເຂົ້າໄປເຈາະທໍາລາຍຍອດໝາກເຂືອ ເຮັດໃຫ້ເກີຄວາມເສຍຫາຍ, ນອກນີ້ມັນຈະເຂົ້າໄປເຈາະລໍາຕົ້ນ ເມື່ອມັນເຈາະແລ້ວ ໃນຊ່ວງຕອນສວາຍທີ່ມີແສງແດດຈ້າ ຈະເຮັດໃຫ້ໝາກເຂືອ ແລະ ຕົ້ນຂອງມັນຫ່ຽວແຫ້ງລົງ, ເຊິ່ງຈະເຮັດໃຫ້ຜົນຜະລິດເສຍຫາຍ

ດັ່ງນັ້ນຕ້ອງປ້ອງກັນກໍາຈັດດ້ວຍການ ໝັ່ນກວດກາສວນ ໂດຍສະເພາະແມ່ນຕົ້ນໝາກເຂືອຢູ່ຕະຫຼອດ ເມື່ອພົບເຫັນບົ້ງ ຫຼື ພົບເຫັນໝາກທີ່ຖືກທໍາລາຍແລ້ວ ທໍາລາຍຖິ້ມທັນທີ; ຫາກພົບຍອດຫ່ຽວແຫ້ງ ຫຼື ໝາກອ່ອນຖືກທໍາລາຍປະມານ 5 ຫາ 20% ໃຫ້ໃຊ້ສານເຄມີສີດໃສ່ ແຕ່ກໍ່ຕ້ອງເລືອກໃຊ້ເທົ່າທີ່ເໝາະສົມ ແລະ ປະຕິບັດຕາມຄໍາແນະນໍາການໃຊ້ຢ່າງເຄັ່ງຄັດ