ໂຮງໝໍສູນກາງ 103 ຕັ້ງໜ່ວຍຮັບຜິດຊອບໄວຣັດສາຍພັນໃໝ່

487

ກະຊວງສາທາລະນະສຸກ ໄດ້ສຸມໃສ່ໃນການຍົກລະດັບ ຄວາມຮູ້, ຄວາມສາມາດໃຫ້ກັບທີມແພດໃນຂອບເຂດທົ່ວປະເທດ ລວມທັງກຽມພ້ອມສະຖານທີ່ຮັກສາ ອຸປະກອນການແພດທີ່ຈຳເປັນ ສ່ວນຢູ່ໂຮງໝໍສູນກາງ 103 ໄດ້ແຕ່ງຕັ້ງໜ່ວຍງານຮັບຜິດຊອບ 22 ຄົນ ເພື່ອຮັບມືກັບພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ.

ວັນທີ 7 ກຸມພາ 2020 ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອໃຫ້ຄໍາແນະນໍາສຳລັບການກະກຽມ ຄວາມພ້ອມໃນການຮັບມືກັບພະຍາດປອດອັກເສບໂຄໂຣນາ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ຜູ້ອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະ.

ທ່ານ ພັນເອກ ດຣ. ສຸລິພັນ ເພັດຈັນທະລາ ໄດ້ກ່າວວ່າ: ສຳລັບການຮັບມືກັບພະຍາດປອດອັກເສບໂຄໂຣນາ, ໂຮງໝໍໄດ້ແຕ່ງຕັ້ງຄະນະໜ່ວຍຮັບຜິດຊອບສະເພາະຈຳນວນທັງໝົດ 22 ຄົນ ໂດຍມອບໃຫ້ຮອງຜູ້ອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເປັນຜູ້ຊີ້ນໍາ ແລະ ໄດ້ຈັດຝຶກອົບຮົມກ່ຽວກັບວິທີການຕິດຕາມກວດກາ, ຄວບຄຸມຕ່າງໆຕາມ 4 ນິຍາມ ກ່ຽວກັບພະຍາດດັ່ງກ່າວ ແລະ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບວຽກງານປະສານສົມທົບກັບບັນດາຂະແໜງຕ່າງໆ ເພື່ອສະໜອງຂໍ້ມູນ – ຂ່າວສານຢ່າງເປັນປະຈຳ. ພ້ອມທັງກະກຽມອາຄານ ແລະ ອຸປະກອນໃນລະດັບໃດໜຶ່ງ ເພື່ອກັ່ນກອງຕິດຕາມອາການຂອງກໍລະນີສົງໄສ ຈຳນວນ 4 ຫ້ອງ ຊັ້ນ 2 ຂອງຕຶກພະຍາດເຂດຮ້ອນ.

ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ເນັ້ນໃຫ້ໂຮງໝໍເອົາໃຈໃສ່ໃນການຮັບມືກັບການລະບາດຂອງພະຍາດປອດອັກເສບໂຄໂຣນາ ໂດຍນໍາກໍລະນີສົງໄສມາຕິດຕາມໃຫ້ຫຼາຍຂຶ້ນ ລວມເຖິງເອົາໃຈໃສ່ໃນການສຶກສາອົບຮົມແນວຄິດການເມືອງແກ່ພະນັກງານ ເພື່ອໃຫ້ມີແນວຄິດທຸ່ນທ່ຽງ ແລະ ບໍ່ຕ້ອງຢ້ານໃນການຮັບມື, ຕິດຕາມກວດກາ, ປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ.

ສ່ວນສະຖານະການຫຼ້າສຸດຢູ່ 3 ແຂວງພາກເໜືອ ທ່ານ ດຣ. ສົມຈິດ ບຸນທະວົງ ວິຊາການວຽກງານລະບາດວິທະຍາແຂວງຜົ້ງສາລີ ໃຫ້ຮູ້ວ່າ: ປັດຈຸບັນແຂວງ ຜົ້ງສາລີ ໄດ້ກຽມຄວາມພ້ອມໃຫ້ແກ່ທີມແພດປະຈໍາດ່ານສາກົນ ແລະ ທ້ອງຖິ່ນ ລວມທັງພະນັກງານແພດໝໍທັງ 7 ເມືອງ ໂດຍມີການລາຍງານສະພາບທຸກໆມື້ເພື່ອສົ່ງຂໍ້ມູນໃຫ້ກັບສູນກາງ. ນອກຈາກນີ້, ການຝຶກອົບຮົມໃຫ້ແກ່ພະນັກງານປະຈໍາດ່ານ, ທີມແພດປະຈໍາດ່ານ ແລະ ທີມແພດເຝົ້າລະວັງທັງ 7 ເມືອງ ແມ່ນສໍາເລັດຮຽບຮ້ອຍ ພ້ອມທັງມີການຈັດແຍກຫ້ອງດ່ຽວໃຫ້ໄດ້ 2 ຫ້ອງຕໍ່ເມືອງ.

ທ່ານ ດຣ. ຫຍຸ້ງ ລໍຄໍາ ຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ພະແນກສາທາລະນະສຸກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງການຈາກກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ ກໍໄດ້ເຜີຍແຜ່ໃຫ້ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍທະຫານ ແລະ ຂະແໜງການກ່ຽວຂ້ອງ ລວມທັງການຄັດກອງຄົນເຂົ້າ – ອອກດ່ານສາກົນ ແລະ ດ່ານທ້ອງຖິ່ນ ໂດຍໄດ້ກຽມທີມແພດເຝົ້າລະວັງພ້ອມທັງເຄື່ອງວັດອຸນຫະພູມ ຖ້າມີກໍລະນີສົງໄສແມ່ນຈະມີລົດສະເພາະມາຮັບໄປຍັງໂຮງໝໍແຂວງເພື່ອແຍກດ່ຽວ ໂດຍທາງໂຮງໝໍ ແຂວງມີຫ້ອງແຍກດ່ຽວ 5 ຫ້ອງ.

ນອກຈາກນີ້, ກໍຍັງໄດ້ມີການແຈກຜ້າອັດປາກ ແລະ ເຈລລ້າງມືຢູ່ຕາມດ່ານ ມາຮອດປັດຈຸບັນຜ້າອັດປາກ ແລະ ເຈລລ້າງມືແມ່ນເລີ່ມຂາດແລ້ວ.

ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງອຸດົມໄຊ ໃຫ້ຮູ້ວ່າ: ມາດຕະການໃນການປ້ອງກັນພະຍາດໂຄໂຣນາທາງສາທາລະນະສຸກແຂວງ ໄດ້ແບ່ງອອກເປັນ 3 ທີມເຝົ້າລະວັງ ຄື: ທີມແພດປະຈໍາດ່ານ, ທີມແພດໂຮງໝໍ ແລະ ທີມແພດເຄື່ອນທີ່ ໂດຍຈະໄດ້ລົງຕິດຕາມໃນເຂດຊຸມຊົນ ຫຼື ແຫຼ່ງທ່ອງທ່ຽວ ເພື່ອຕິດຕາມບຸກຄົນທີ່ມີນິຍາມສົງໄສ. ນອກຈາກນີ້, ກໍໄດ້ມີການຝຶກອົບຮົບຜ່ານການປະຕິບັດບໍ່ວ່າຈະເປັນການໃຊ້ເຄື່ອງມື, ການປ້ອງກັນຕົນເອງ ແລະ ອື່ນໆກ່ຽວກັບການແພດ ໂດຍທາງແຂວງໄດ້ພົບກໍລະນີສົງໄສ 1 ກໍລະນີ ແລະ ໄດ້ເກັບຕົວຢ່າງໄປກວດສອບແລ້ວບໍ່ພົບວ່າຕິດເຊື້ອ.

ທ່ານ ວຽງໄຊ ສີສຸພອນ ຮ້ານຂາຍຢາ ນາງ ພວງມະໄລ ໃຫ້ສໍາພາດວ່າ: ປັດຈຸບັນແມ່ນບໍ່ມີຜ້າອັດປາກໄວ້ຈໍາໜ່າຍ ສິນຄ້າຂາດນັບແຕ່ຕົ້ນອາທິດຜ່ານມາ ເນື່ອງຈາກສະພາບການລະບາດຂອງເຊື້ອພະຍາດໂຄໂຣນາ ທີ່ພົບຜູ້ຕິດເຊື້ອຕາມບັນດາປະເທດອ້ອມຂ້າງ ເຮັດໃຫ້ປະຊາຊົນຫັນມາປ້ອງກັນຕົນເອງຫຼາຍຂຶ້ນ ແລະ ຄົນຈີນ ທີ່ອາໄສຢູ່ປະເທດເຮົາກໍມາຊື້ເປັນຈໍານວນຫຼາຍ ເຮັດໃຫ້ໜ້າກາກອະນາໄມໄດ້ຂາຍດີ. ລາຄາຂາຍປົກກະຕິແມ່ນ 15 ຫາ 20 ພັນຕໍ່ກັບ ແຕ່ປັດຈຸບັນແມ່ນບໍ່ມີຂາຍ ແລະ ລາຄາຂາຍສົ່ງທີ່ໄດ້ມາກໍສູງ ຈຶ່ງເຮັດໃຫ້ລາຄາຂາຍຍ່ອຍສູງຂຶ້ນໄປນໍາ. ສໍາລັບເຈລລ້າງມືແມ່ນຢູ່ໃນລາຄາປົກກະຕິສ່ວນໃຫຍ່ແມ່ນຄົນຈີນຊື້ໄປ ໃຊ້.

ສຳນັກຂ່າວຊິນຮວາ ລາຍງານສະຖານະການໃນວັນທີ 7 ກຸມພາ ຜ່ານມາວ່າ: ຍອດຜູ້ເສຍຊີວິດຮອດວັນທີ 6 ກຸມພາ ເພີ່ມຂຶ້ນເປັນ 636 ຄົນ, ຍອດຜູ້ຕິດເຊື້ອເພີ່ມຂຶ້ນເປັນ 31.161 ຄົນ, ສ່ວນຄົນເຈັບທີ່ປິ່ນປົວຫາຍດີໄດ້ອອກຈາກໂຮງໝໍແລ້ວ ມີ 1.540 ຄົນ.