ຜັກກາດຂາວມີສານອາຫານຕ່າງໆ ໄດ້ແກ່: ໂປຣຕິນ, ໄຂມັນ ແລະ ນ້ຳຕານ ສິ່ງສຳຄັນຄືໃນຜັກກາດຂາວຈະມີ ແຄລຊຽມ ແລະ ວິຕາມິນ C ເປັນຈຳນວນຫຼາຍ ເຊິ່ງແຄລ ຊຽມນອກຈາກຈະມີໜ້າທີ່ເສີມສ້າງກະດູກໃຫ້ແຂງແຮງແລ້ວຍັງຊ່ວຍໃຫ້ກ້າມຊີ້ນເຮັດວຽກເປັນປົກກະຕິ.
ສ່ວນປະສົມ:
1 ຜັກກາດຂາວ 1 ຫົວ ໃຫຍ່.
2 ໝູບົດ 500 ກຣາມ.
3 ກະທຽມ 1 ຫົວໃຫຍ່.
4 ຮາກຜັກຫອມປ້ອມ 3 ຮາກ.
5 ພິກໄທເມັດ 1/2 ບ່ວງກາເຟ.
6 ນ້ຳສະອິວຂາວ 1/2 ບ່ວງແກງ.
7 ນ້ຳມັນຫອຍ 2 ບ່ວງແກງ.
8 ນ້ຳຕານໜ້ອຍໜຶ່ງ.
9 ຜັກບົ່ວໃບ 1 ຕົ້ນ.
ວິທີປຸງແຕ່ງ:
ຕຳກະທຽມ, ພິກໄທ ແລະ ຮາກຜັກຫອມປ້ອມໃຫ້ລະອຽດ ນຳມາປະສົມກັບໝູບົດພ້ອມປຸງລົດຊາດດ້ວຍນ້ຳຕານ, ນ້ຳມັນຫອຍ ແລະ ນ້ຳສະອິວຂາວ ຄົນໃຫ້ທຸກຢ່າງເຂົ້າກັນດີ ແລ້ວໝັກໄວ້ປະມານ 30 ນາທີ ຫຼື ຈະໝັກໄວ້ຄືນໜຶ່ງຍິ່ງໄດ້ລົດຊາດແຊບ.
ຈາກນັ້ນເອົາຜັກກາດຂາວມາແຍກເປັນໃບແລ້ວນຳໄປລວກພໍສຸກ ຕັກຂຶ້ນແຊ່ໃນນ້ຳເຢັນໆ ແລະ ຕັກຂຶ້ນໄວ້ໃຫ້ສະເດັດນ້ຳດີ ເມື່ອຮຽບຮ້ອຍໃຫ້ຕັດເອົາກ້ານຜັກອອກ ເພາະຈະໃຊ້ແຕ່ໃບຜັກຫໍ່ເທົ່ານັ້ນ ເມື່ອໄດ້ໃບຜັກກາດແລ້ວນຳມາຫໍ່ໝູບົດທີ່ປຸງໄວ້ ແລະ ຈັດໃສ່ຈານໃຫຍ່ນຳໄປໜຶ້ງປະມານ 5 ນາທີ ຫຼື ຈົນໝູສຸກ.
ຫຼັງຈາກນັ້ນ, ເອົາຂຶ້ນມາຈັດໃສ່ຈານຊອຍຜັກບົ່ວໃບນ້ອຍໆໂຮຍໜ້າ ຫຼື ຈະໂຮຍກະທຽມຈຽວກໍໄດ້ ເສີບພ້ອມກັບແຈ່ວສຸກີ້ ແລະ ແຈ່ວສົ້ມຫວານ ຫຼື ຈະນຳມາກິນກັບເຂົ້າໂດຍບໍ່ຈ້ຳນ້ຳແຈ່ວກໍແຊບໄປອີກແບບ.
( ຂໍ້ມູນຈາກ: cooking.kapook.com )
[ ຮຽບຮຽງ: ນຸ້ມນິ້ມ ]