ຊົມເຊີຍ! ປີຜ່ານມາ ຫົວພັນເກັບລາຍຮັບໄດ້ລື່ນແຜນ ເກືອບ 22%

73

ປີ 2019 ແຂວງຫົວພັນສາມາດຈັດເກັບລາຍຮັບໄດ້ທັງໝົດ 139,6ຕື້ກວ່າກີບ ເທົ່າກັບ 121,74% ຂອງແຜນການປີ 114,6ຕື້ກວ່າກີບ (ລື່ນແຜນການ 21,74%) ຫລື ເທົ່າກັບ 4,65% ຂອງ GDP.

ພາບປະກອບຂ່າວ

ທ່ານ ວັນແສງ ຄຳມັງໄຊ ຫົວໜ້າພະແນກການເງິນ ແຂວງຫົວພັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຫົວພັນ ວ່າ: ດ້ວຍຄວາມເອົາໃຈໃສ່ ແລະຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງພະນັກງານການເງິນ ໃນຂັ້ນຕ່າງໆປະກອບສ່ວນເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2019 ຈິ່ງເຮັດໃຫ້ການປະຕິບັດລາຍຮັບມອບເຂົ້າງົບປະມານສາມາດບັນລຸໄດ້ເກີນແຜນທີ່ວາງໄວ້.

ເຊຶ່ງແຂວງຫົວພັນ ໄດ້ວາງຄາດໝາຍເກັບລາຍຮັບມອບງົບປະມານໃຫ້ໄດ້ທັງໝົດ 114,6ຕື້ກວ່າກີບ ປະຕິບັດຕົວຈິງສາມາດຈັດເກັບລາຍຮັບໄດ້ທັງໝົດ 139 ຕື້ 600 ລ້ານກວ່າກີບ ເທົ່າກັບ 121,74% ຂອງແຜນການປີ (ລື່ນແຜນການ 21,74%) ຫລື ເທົ່າກັບ 4,65% ຂອງ GDP. ໃນນັ້ນລາຍຮັບພູດສູນກາງ ໄດ້ຈາກສ່ວຍສາອາກອນ 542,52 ລ້ານກີບ ເທົ່າກັບ 209,81%, ລາຍຮັບພາສີ 36.905,31 ລ້ານກີບ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະປະກັນໄພ 860,96 ລ້ານກີບ ເທົ່າກັບ 292,84 % ຂອງແຜນການປີ

ພາບປະກອບຂ່າວ

ລາຍຮັບຂາຍໄມ້ທີ່ຢຶດໄດ້ 104,93 ລ້ານກີບ ແລະລາຍຮັບອື່ນໆ 940,65 ລ້ານກີບ. ສ່ວນລາຍຮັບພາຍໃນແຂວງ ປະຕິບັດໄດ້ 100 ຕື້ 263 ລ້ານກວ່າກີບ ເທົ່າກັບ 109,55% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກສ່ວຍສາອາກອນ 94 ຕື້ 135,39 ລ້ານກີບ ເທົ່າກັບ 109,66% , ລາຍຮັບຄຸ້ມຄອງຊັບສິນຂອງລັດ 6 ຕື້ 128 ລ້ານກວ່າກີບ ເທົ່າກັບ 107,82% ຂອງແຜນການປີ. ພ້ອມດຽວກັນນີ້ ຍັງໄດ້ເອົາໃຈໃສ່ຄຸ້ມຄອງດ້ານລາຍຈ່າຍໃຫ້ຮັດກຸ່ມ, ເຂັ້ມງວດ ຖືກຕ້ອງຕາມລະບຽບການ ແລະກົດໝາຍຂອງລັດທີ່ວາງອອກ. ປີຜ່ານມາສາມາດປະຕິບັດໄດ້ ດ້ານລາຍຈ່າຍໄດ້ທັງໝົດ 631 ຕື້ 470 ລ້ານກວ່າກີບ ເທົ່າກັບ 98,77% ຂອງແຜນການປີ ຫລືເທົ່າກັບ 21,02 ຂອງ GDP.

ພາບປະກອບຂ່າວ

ຜົນສຳເລັດດັ່ງກ່າວ ຍ້ອນຄວາມເອົາໃຈໃສ່ຂອງຂັ້ນເທິງ, ການມີສ່ວນຮ່ວມເປັນເຈົ້າການປະກອບສ່ວນຈາກທຸກພາກສ່ວນທັງພາກລັດ ແລະເອກະຊົນ, ນັກທຸລະກິດໃຫ້ການຮ່ວມມືຈິ່ງເຮັດໃຫ້ການຈັດເກັບລາຍຮັບມອບເຂົ້າງົບປະມານຂອງລັດໄດ້ເກີນແຜນທີ່ວາງໄວ້.

ສຳລັບທິດທາງແຜນການໃນຕໍ່ໜ້າເພື່ອຮັບປະກັນໃຫ້ບັນດາຄາດໝາຍສູ້ຊົນງົບປະມານແຫ່ງລັດ ປີ 2020 ໃຫ້ບັນລຸຕາມແຜນ ພະແນກການເງິນ ແຂວງຫົວພັນ ຈະໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ແຂວງລົງຮອດທ້ອງຖິ່ນ, ເອົາໃຈໃສ່ເຮັດວຽກງານການເມືອງແນວຄິດໃຫ້ພະນັກຂົງເຂດການເງິນ ໃຫ້ໜັກແໜ້ນເຂັ້ມແຂງ, ສືບຕໍ່ສຳຫລວດຖານລາຍຮັບງົບປະມານແຕ່ລະປະເພດໃຫ້ເປັນລະບົບຄົບຊຸດ, ເພີ່ມທະວີການຄຸ້ມຄອງການນຳເຂົ້າ – ສົ່ງອອກສິນຄ້າປະເພດຕ່າງໆຢຸ່ບັນດາດ່ານຊາຍແດນທົ່ວແຂວງ ໃຫ້ເຂັ້ມງວດ ເພື່ອເກັບລາຍຮັບມອບເຂົ້າງົບປະມານໃຫ້ຄົບຖວ້ນ

ພາບປະກອບຂ່າວ

ພ້ອມສືບຕໍ່ປະສານສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງເກັບກູ້ຄືນຊັບສິນ, ວັດຖຸ, ເງິນຄຳ ແລະການຂາຍເຄື່ອງຮິບເປັນຂອງລັດໃຫ້ຄົບຖ້ວນ ແລະຖືກຕ້ອງຕາມກົດໝາຍ ແລະຄາດວ່າໃນປີ 2020 ນີ້ຈະສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 140 ຕື້ 894 ລ້ານກີບ ເທົ່າກັບ 4,34% ຂອງ GDP ທຽບໃສ່ປີ 2019 ໃຫ້ເພີ່ມຂຶ້ນ 22,87%. ໃນນິີ້ລາຍຮັບຈາກພູດສູນກາງໃຫ້ໄດ້ 40 ຕື້ 594 ລ້ານກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 75,40%; ລາຍຮັບພູດຂອງແຂວງ 100 ຕື້ 300 ລ້ານກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 9,59% ຫລື ເທົ່າກັບ 3,09% ຂອງ GDP. ສ່ວນດ້ານລາຍຈ່າຍ ຄາດຄະເນປະຕິບັດໃຫ້ໄດ້ທັງໝົດ 565 ຕື້ 712 ລ້ານກວ່າກີບ ເທົ່າກັບ 17,42% ຂອງ GDP ທຽບໃສ່ປີ 2019 ຈະໃຫ້ລຸດລົງ 11,51%.

ຂໍ້ມູນຈາກ: ປະເທດລາວ