ການນອນໂກນເປັນເລື່ອງຂອງທຳມະຊາດຢ່າງໜຶ່ງ ແຕ່ດ້ວຍຄວາມກ້າວໜ້າທາງການແພດເຮັດໃຫ້ຮັບຮູ້ວ່າ: ການນອນໂກນມີອັນຕະລາຍຕໍ່ສຸຂະພາບຂອງຕົນເອງ ແລະ ຄົນໃກ້ຊິດຫຼາຍຢ່າງ. ເຊິ່ງຈະຮູ້ໄດ້ຢ່າງໃດວ່າເປັນຄົນນອນໂກນ ເລື່ອງນີ້ງ່າຍຫຼາຍໆນັ້ນຄືຖາມຄົນໃກ້ຊິດ (ບໍ່ວ່າຈະເປັນ, ຜົວ, ເມຍ, ລູກ, ຫຼານ ຫຼື ນ້ອງກກໍ່ໄດ້). ຖ້າບໍ່ເຊື່ອກກໍ່ຄວນໃຫ້ຄົນໃກ້ຊິດບັນທຶກສຽງຂະນະຫຼັບໄວ້ເປີດຟັງໃນເວລາຕື່ນນອນວ່າສຽງນອນໂກນຂອງຕົນລົບກວນຄົນອື່ນຫຼາຍໃດ. ການນອນໂກນ ແລະ ລົບກວນຄົນໃກ້ຊິດຫຼາຍໜ້ອຍຂະໜາດໃດ ແລະ ເຮັດຢ່າງໃດເຖິງຈະບໍ່ນອນກົນອີກຕໍ່ໄປ.
ກ່ອນອື່ນຕ້ອງຮູ້ວ່າການນອນໂກນຄືຫຍັງ?
ນອນໂກນຄືຄວາມຜິດປົກກະຕິຂອງການນອນມີ 2 ຊະນິດດັ່ງນີ້:
ຊະນິດບໍ່ອັນຕະລາຍບໍ່ເຮັດໃຫ້ເກີດຜົນເສຍຕໍ່ສຸຂະພາບພຽງແຕ່ກໍ່ຄວາມລຳຄານໃຫ້ຄົນໃກ້ຊິດເທົ່ານັ້ນ ແລະ ຊະນິດອັນຕະລາຍນັ້ນຄືຢຸດຫາຍໃຈຂະນະຫຼັບ. ເຊິ່ງເນື່ອງມາຈາກມີການອຸດຕັນຂອງທາງເດີນຫາຍໃຈຂະນະຫຼັບ, ມີພາວະອຸດຕັນທາງເດີນຫາຍໃຈສ່ວນເທິງ ແລະ ລະບົບປະສາດສ່ວນກາງຜິດປົກກະຕິ.
ສາມາດສັງເກດອາການຕົນເອງໄດ້ຢ່າງໃດ?
ບາງເທື່ອຄົນທີ່ນອນໂກນບໍ່ຮູ້ວ່າມີພາວະຢຸດຫາຍໃຈຂະນະຫຼັບຮ່ວມດ້ວຍ ຫຼື ບໍ່ ແລະ ອາດໃຫ້ຄົນນອນຂ້າງໆສັງເກດວ່າມີອາການເຫຼົ່ານີ້ ຫຼື ບໍ່.
1 ນອນໂກນສຽງດັງ.
2 ຮູ້ສຶກນອນບໍ່ເຕັມຕື່ນ, ອ່ອນເພຍຫຼັງຕື່ນນອນທັງທີ່ມີເວລານອນພຽງພໍ.
3 ຕື່ນນອນຕອນເຊົ້າມີອາການເຈັບຫົວຮ່ວມນຳ.
4 ຫາວນອນເລື້ອຍໆ, ຫຼັບງ່າຍໃນຕອນກາງເວັນ, ຂະນະເຮັດວຽກ, ຮຽນໜັງສື ຫຼື ຈົນເຖິງຂັ້ນມີອັນຕະລາຍເຊັ່ນ: ອຸປະຕິເຫດກ່ຽວກັບລົດ (ຫຼັບໃນ) ຫຼື ອຸປະຕິເຫດກ່ຽວກັບເຄື່ອງຈັກຕ່າງໆ.
5 ຄວາມຄິດ, ການອ່ານ ຫຼື ຄວາມສາມາດໃນການຈົດຈຳຫຼຸດລົງ.
6 ຫງຸດຫງິດງ່າຍ ແລະ ອາລົມເສຍເລື້ອຍກວ່າປົກກະຕິ.
7 ໃນເດັກອາດເຮັດໃຫ້ມີການປ່ຽນແປງຮ່າງກາຍບໍ່ແຂງແຮງ ແລະ ຍ່ຽວໃສ່ບ່ອນນອນເປັນປະຈຳ.
ຜູ້ທີ່ມີຄວາມສ່ຽງຕໍ່ການນອນໂກນ:
ເພດຊາຍ ນອນໂກນປະມານ 25%.
ເພດຍິງ ນອນໂກນປະມານ 15%.
ໃນກຸ່ມອາຍຸຫຼາຍກວ່າ 40 ປີ ເພດຊາຍນອນໂກນ 50% ໃນຂະນະທີ່ເພດຍິງນອນໂກນ 40%.
ໃນກຸ່ມຄົນທົ່ວໄປທີ່ນອນໂກນພົບວ່າ 1% ແມ່ນຢຸດຫາຍໃຈຂະນະຫຼັບ ສຳລັບໃນກຸ່ມຜູ້ຊາຍສູງອາຍຸ ແລະ ຄົນຕຸ້ຍພົບວ່າຢຸດຫາຍໃຈຂະນະຫຼັບເຖິງ 10%.