ມວຍລາວ ນະຄອນຫຼວງ ຊຸກຍູ້ອຸປະກອນກີລາ ສົ່ງເສີມພັດທະນາຄ້າຍມວຍ ສໍຈະເລີນສິງ

278

ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ຊຸກຍູ້ອຸປະກອນກີລາມວຍລາວ ຫຼາຍລາຍການ ໃຫ້ແກ່ຄ້າຍມວຍ ສໍຈະເລີນສິງ ເຊິ່ງເປັນຄ້າຍມວຍນ້ອງໃໝ່ ຂອງທ້າວ ໜູຄິດ ລາດສະເພົາ ຫຼື ສິງນ້ອຍ ນັກກີລາວູຊູທີມຊາດລາວ ເພື່ອເປັນການສົ່ງເສີມຄ້າຍມວຍດັ່ງກ່າວ ນຳໄປຝຶກຊ້ອມໃຫ້ບັນດານັກຊົກຮຸ່ນສືບທອດ ສາມາດສົ່ງເຂົ້າຮ່ວມແຂ່ງຂັນລາຍການມວຍລາວມວຍເສີກນະຄອນຫຼວງ-ກໍກຽດແດນຈຳປາ 2019 ເຊິ່ງຈັດຂຶ້ນ ເປັນປະຈຳທຸກໆວັນເສົາ ທີ່ເວທີມວຍ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ.

ພິທີມອບ-ຮັບການອຸປະຖຳເຄື່ອງອຸປະກອນກິລາເຫຼົ່ານີ້ໄດ້ມີຂຶ້ນ ເມື່ອວັນທີ 21 ທັນວາ ຜ່ານມາ ໃນບັນຍາກາດການແຂ່ງຂັນລາຍການ ມວຍເສີກນະຄອນຫຼວງ-ກໍກຽດແດນຈຳປາ 2019 ລະຫວ່າງຄູ່ເອກ ຂຸນພົນນ້ອງ ສະໂມສອນ ຄຳເສັງ ນ໊ອງກ້ອງຊາຍແດນ ແຂວງເຊກອງ ໃນຍົກທີ 4 ເປັນການກ່າວມອບໂດຍທ່ານ ຄຳເສັງ ສູນດາລາ ປະທານສະຫະພັນມວຍລາວ, ມວຍວູຊູ, ມວຍສາກົນ ແລະ ມວຍປັນຈັກສີລັດ ນະຄອນຫຼວງວຽງຈັນ ແລະ ກ່າວຮັບ ແມ່ນທ້າວ ໜູຄິດ ລາດສະເຜົາ ຫຼື ສິງນ້ອຍ ຫົວໜ້າຄູຝຶກຄ້າຍມວຍສໍຈະເລີນສິງ, ມີບັນດາຄະນະນຳ, ຄູຝຶກ ແລະ ນັກກິລາຈາກຄ້າຍມວຍຕ່າງໆ ຕະຫຼອດຮອດແຟນພັນແທ້ມວຍລາວເຂົ້າຮ່ວມເປັນສັກຂີພິຍານ ຢ່າງຫຼວງຫຼາຍ.

ທ່ານ ຄຳເສັງ ສູນດາລາ ກ່າວວ່າ: ຍ້ອນຢາກເຫັນວົງການກີລາມວຍລາວ ນະຄອນຫຼວງວຽງຈັນ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ບັນດາຄ້າຍມວຍຕ່າງໆ ສາມາດສ້າງໄດ້ນັກຊົກດາວຮຸ່ງຮຸ່ນໃໝ່ ຂຶ້ນມາທົດແທນນັກຊົກຮຸ່ນອ້າຍ ແລະ ກ້າວສູ່ສັງວຽນມວຍອາຊີບ. ດັ່ງນັ້ນ, ສະຫະພັນມວຍລາວ ນະຄອນຫຼວງ ຈຶ່ງໄດ້ປະກອບສ່ວນຊຸກຍູ້ຄ້າຍມວຍສໍຈະເລີນສິງ ແລະ ບໍ່ສະເພາະແຕ່ ຄ້າຍມວຍສໍຈະເລີນສິງ ພວກເຮົາຍັງຈະສືບຕໍ່ສົ່ງເສີມຄ້າຍມວຍອື່ນໆອີກ ເພື່ອປະກອບສ່ວນເຮັດໃຫ້ເປັນໄປຕາມຈຸດປະສົງທີ່ວາງໄວ້ ອີກດ້ານໜຶ່ງ ກໍຈະເປັນທ່າແຮງໃນການສ້າງນັກຊົກທີ່ມີສີມືດີ ກຽມຄວາມພ້ອມສົ່ງເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ Xl ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນຕຄົ້ນປີ 2020 ອີກດ້ວຍ.

ສຳລັບເຄື່ອງອຸປະກອນກີລາມວຍລາວ ທີ່ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ຄ້າຍມວຍສໍຈະເລີນສິງ ໄດ້ຮັບໃນຄັ້ງນີ້ ປະກອບມີ ໝວກກັນກະທົບເວລາຝຶກຊ້ອມ, ນວມຊົກ, ນວມກັນຊົກນັກມວຍ ແລະ ອື່ນໆ ອີກ ລວມມູນຄ່າ ຈຳນວນ 5 ລ້ານກີບ ກ່ອນໜ້ານີ້ ທ່ານປະທານ ມວຍລາວ ນະຄອນຫຼວງ ກໍຍັງໄດ້ໃຫ້ການຊຸກຍູ້ມອບເຄື່ອງກິລາປະເພດຕ່າງໆ ຊຸກຍູ້ໃຫ້ຫຼາຍໆໂຮງຮຽນສາມັນສຶກສາ 4 ເມືອງໃນ ນະຄອນຫຼວງ ອີກດ້ວຍ.

ໂດຍ ສົງການ;​ຮູບ: ແອັດດີ້ – ຫຼ້າ