ເປຕັງຄູ່ຍິງລາວ ຄວ້າ 1 ຫຼຽນເງິນມື້ນີ້ ໃນຊີເກມ 2019, ລາວ ຍັງຕ້ອງຕາມຫາຫຼຽນຄໍາຕໍ່ໄປ

124

ນາງ ເພັດສະໝອນ ພັນທະລີ ກັບ ນາງ ອາລີ ແສງຈັນເພັດ ພາທີມເປຕັງຄູ່ຍິງລາວ ຊະນະ ຫວຽດນາມ ໃນຮອບຮອງຊະນະເລີດ 13-10 ໃນຕອນເຊົ້າຂອງມື້ນີ້ວັນທີ 6 ທັນວາ 2019 ໃນງານມະຫະກໍາກິລາ ຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ຜ່ານເຂົ້າຊີງຫຼຽນຄໍາກັບ ທີມຊາດໄທ.

ໃນຮອບຊີງຫຼຽນຄໍາ ປາກົດວ່າ: ໃນຕົ້ນເກມ ທີມຊາດລາວ ເຮັດໄດ້ດີພິກຂຶ້ນນໍາ 6-5, ແຕ່ສຸດທ້າຍໄທ ຫຼິ້ນດີກວ່າ ເອົາຊະນະໄປ 13-8 ຄວ້າຫຼຽນຄໍາໄປຄອງ.
ສ່ວນເປຕັງຄູ່ຍິງລາວ ຄວ້າຫຼຽນເງິນ ເພີ່ມໃຫ້ກັບ ທັບນັກກີລາລາວ ໃນຊີເກມ 2016 ຕອນນີ້ມີ 3 ຫຼຽນເງິນ ແລະ 11 ຫຼຽນທອງ.