ອຸຕຸແຈ້ງອາກາດຈະເຢັນລົງ 5 – 7 ອົງສາ ພ້ອມເຕືອນກຽມຮັບມືໄພແລ້ງ

113

ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນໄພອາກາດໜາວເຢັນ ເລກທີ 1748/ກອຕທ, ນະຄອນຫຼວງວຽງຈັນ ວັນທີ 3 ທັນວາ 2019 ໃນໄລຍະວັນທີ 3 ຫາ 10 ທັນວານີ້ ອາກາດໜາວຈະເຢັນ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນ ໄດ້ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງແຮງ, ສົມທົບກັບກະແສລົມຕາເວັນຕົກສ່ຽງເໜືອພັດປົກຄຸມເປັນສ່ວນ    ໃຫຍ່ ໃນໄລຍະວັນທີ 4 ຫາ 10 ທັນວານີ້ ຈະເຮັດໃຫ້ອຸນຫະພູມຫຼຸດລົງ 5 – 7 ອົງສາ ອາກາດຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີໝອກປົກຫຸ້ມໃນຕອນເຊົ້າຢູ່ເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ. ສ່ວນພາກກາງ ແລະ ພາກໃຕ້ ອາກາດເຢັນຫາໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ ອຸນຫະພູມຈະຫຼຸດລົງ 3 – 5 ອົງສາ.

ຄາດຄະເນສະພາບອາກາດ ປະຈໍາ 3 ເດືອນ ແຕ່ເດືອນທັນວາ 2019 ຫາ ກຸມພາ 2020 ມີດັ່ງນີ້:

ສະພາບອາກາດເດືອນທັນວາ 2019 ລັກສະນະອາກາດທົ່ວໄປໃນໄລຍະຕົ້ນເດືອນ, ບໍລິເວນຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກຳລັງແຮງຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸ້ມ. ພ້ອມດຽວກັນນັ້ນ, ພາຍຸໜູນເຂດຮ້ອນຈະເຄື່ອນທີ່ພັດຜ່ານເຂດທະເລຈີນໃຕ້ຕອນກາງ ເຊິ່ງຈະເຮັດໃຫ້ອາກາດໜາວເຢັນຫຼາຍຢູ່ບັນດາແຂວງພາກເໜືອ ຫາ ພາກກາງ, ສ່ວນພາກໃຕ້ອາກາດໜາວເຢັນ ພ້ອມມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງ, ໄລຍະກາງເດືອນອາກາດຍັງໜາວເຢັນຫຼາຍຢູ່ແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ ແລະ ພາກໃຕ້ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ; ໄລຍະທ້າຍເດືອນອາກາດອຸ່ນຂຶ້ນເລັກໜ້ອຍໃນແຕ່ລະພາກ ຄື:

ພາກເໜືອດ້ານຕາເວັນອອກ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ໄລຍະວັນທີ 1 ຫາ 15 ທັນວາ ອາກາດໜາວເຢັນຫຼາຍ ໂດຍສະເພາະເຂດພູສູງ, ຮ່ອມພູ ແລະ ເນີນພູ ພ້ອມມີໝອກປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຕໍ່າສຸດ  2 – 4 ອົງສາ, ໄລຍະກາງຫາທ້າຍເດືອນ ອຸນຫະພູມອາກາດຈະສູງຂຶ້ນເລັກໜ້ອຍ ແຕ່ສະພາບອາກາດໂດຍທົ່ວໄປຍັງຈະໜາວເຢັນຫາໜາວເຢັນຫຼາຍຕື່ມອີກ ອຸນຫະພູມຕໍ່າສຸດ 5 – 7 ອົງສາ.

ພາກເໜືອດ້ານຕາເວັນຕົກ: ແຂວງຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ໄລຍະວັນທີ 1 ຫາ 15 ທັນວາ ອາກາດໜາວເຢັນຢູ່ທົ່ວໄປ ແລະ ໜາວເຢັນຢູ່ບາງທ້ອງຖິ່ນ ແຂວງຫຼວງນ້ຳທາ ແລະ ອຸດົມໄຊ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 5 – 7 ອົງສາ, ໄລຍະກາງຫາທ້າຍເດືອນ ອາກາດອຸ່ນຂຶ້ນເລັກໜ້ອຍ ແຕ່ໂດຍທົ່ວໄປອາກາດຍັງຈະໜາວເຢັນຢູ່ຕື່ມອີກ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 6 – 8 ອົງສາ.

ແຂວງໄຊສົມບູນ: ໃນໄລຍະຕົ້ນຫາກາງເດືອນອາກາດຈະໜາວຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 2 – 4 ອົງສາ, ໄລຍະກາງຫາທ້າຍເດືອນອາກາດຍັງຈະໜາວເຢັນຫາໜາວເຢັນຫຼາຍຕື່ມອີກ ອຸນຫະພູມຕ່ຳສຸດ 6 – 8 ອົງສາ.

ພາກກາງ: ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ໄລຍະຕົ້ນເດືອນອາກາດໜາວເຢັນຫາໜາວເຢັນຫຼາຍ ພ້ອມມີລົມພັດແຮງ ອຸນຫະພູມຕໍ່າສຸດ 8 – 10 ອົງສາ, ໄລຍະກາງຫາທ້າຍເດືອນອາກາດອຸ່ນຂຶ້ນ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ອຸນຫະພູມຕໍ່າສຸດ 13 – 15 ອົງສາ.

ພາກໃຕ້: ແຂວງຈຳປາສັກ, ເຊກອງ, ສາລະວັນ, ອັດຕະປື ໄລຍະຕົ້ນເດືອນອາກາດເຢັນຫາໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໄລຍະ ອຸນຫະພູມຕ່ຳສຸດ 13 – 15 ອົງສາ, ໄລຍະກາງຫາທ້າຍເດືອນອາດຈະອຸ່ນຂຶ້ນຕື່ມອີກ ພ້ອມມີຝົນຕົກໃນລະດັບຄ່ອຍ ອຸນຫະພູມຕໍ່າສຸດ 16 – 18 ອົງສາ.

ເຂດພູພຽງບໍລະເວນ: ເມືອງປາກຊ່ອງ, ກະລຶມ, ດາກຈຶງ ໄລຍະຕົ້ນເດືອນອາກາດຈະໜາວເຢັນຫາໜາວເຢັນຫຼາຍ ພ້ອມມີຝົນຕົກ ແລະ ລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 5 – 7 ອົງສາ, ໄລຍະກາງຫາທ້າຍເດືອນອາກາດອຸ່ນຂຶ້ນເລັກໜ້ອຍ ແຕ່ໂດຍທົ່ວໄປອາກາດເຢັນຫາໜາວເຢັນຫຼາຍ ອຸນຫະພູມຕ່ຳສຸດ 6 – 8 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະຕົ້ນເດືອນອາກາດໜາວເຢັນຫາໜາວເຢັນຫຼາຍ ພ້ອມມີລົມພັດແຮງເປັນບາງໄລຍະ ອຸນຫະພູມຕໍ່າສຸດ 9 – 11 ອົງສາ, ໄລຍະກາງຫາທ້າຍເດືອນອາກາດອຸ່ນຂຶ້ນ ອຸນຫະພູມຕໍ່າສຸດ 16 – 18 ອົງສາ.

ໃນຂະນະທີ່ຄາດຄະເນສະພາບອາກາດເດືອນມັງກອນ 2020: ໃນໄລຍະຕົ້ນເດືອນອາກາດຍັງຈະໜາວຫຼາຍຢູ່ເຂດແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ອຸນຫະພູມຕໍ່າສຸດ 6 – 8 ອົງສາ, ສ່ວນແຂວງພາກກາງ ແລະ ພາກໃຕ້ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມຕໍ່າສຸດ 14 – 16 ອົງສາ, ໄລຍະກາງເດືອນຫາທ້າຍເດືອນ ອາກາດຍັງໜາວເຢັນໃນແຂວງພາກເໜືອ, ໄຊສົມບູນ ແລະ ເຂດພູພຽງບໍລະເວນ, ສ່ວນພາກກາງອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ, ສຳລັບພາກໃຕ້ອາກາດເຢັນໃນຕອນເຊົ້າ ແລະ ຮ້ອນໃນຕອນບ່າຍ.

ສ່ວນເດືອນກຸມພາ: ໄລຍະຕົ້ນເດືອນອາກາດໜາວເຢັນຫາໜາວເຢັນຫຼາຍຢູ່ໃນບັນດາແຂວງພາກເໜືອ ພ້ອມມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ, ພາກກາງ ແລະ ພາກໃຕ້ ອາກາດເຢັນໃນຕອນເຊົ້າ, ໄລຍະກາງຫາທ້າຍເດືອນອາກາດຍັງຈະໜາວໃນແຂວງພາກເໜືອ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ, ສ່ວນພາກກາງ ແລະ ພາກໃຕ້ ອາດກາດຮ້ອນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ໃນໄລຍະ 3 ເດືອນຕໍ່ໜ້າ ຈະມີຝົນຕົກໜ້ອຍ ເຊິ່ງຈະເຮັດໃຫ້ລະດັບນ້ຳຂອງ ແລະ ນ້ຳສາຂາສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ. ພ້ອມດຽວກັນ, ກໍຈະເກີດມີສະພາບແຫ້ງແລ້ງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ຄວນມີການວາງແຜນນຳໃຊ້ນ້ຳຢ່າງປະຢັດ.

[ ຂ່າວ: ສັນຕິ ]