ນັກຮຽນປະຖົມທົ່ງກາງ ໄດ້ຮຽນຮູ້ຜົນຮ້າຍຂອງຢາເສບຕິດ

98

ໃນວັນທີ 20 ພະຈິກຜ່ານມາ ພະອາຈານ ບຸນຍາດ ຄຳຜຸ ເຈົ້າອະທິການວັດນາກໃຫຍ່ ເມືອງສີສັດຕະນາກ ພ້ອມດ້ວຍຄະນະໄດ້ລົງເຜີຍແຜ່ສິລະທໍາ ແລະ ຈັດກິດຈະກິດເລົ່າຄາຖາເຊົາຢາສູບ ຢູ່ໂຮງຮຽນປະຖົມທົ່ງກາງ.

ພະອາຈານ ບຸນຍາດ ຄຳຜຸ ກ່າວວ່າ: ການຈັດກິດຈະກຳດັ່ງກ່າວ ກໍເພື່ອໃຫ້ນ້ອງໆນັກຮຽນພາຍໃນໂຮງຮຽນໄດ້ຮັບຮູ້ສິນຫ້າ ເຊິ່ງເປັນພື້ນຖານຂອງພະພຸດທະສາສະໜາ ພ້ອມທັງໃຫ້ນັກຮຽນໄດ້ເຂົ້າໃຈເຖິງຜົນຮ້າຍຂອງຢາເສບຕິດ ເປັນຕົ້ນແມ່ນ ຢາສູບ, ຢາບ້າ, ສິ່ງມຶນເມົາ ແລະ ອື່ນໆໃຫ້ກັບລູກຫຼານທີ່ກຳລັງຈະເປັນໜໍ່ແໜງຂອງຊາດໃນອະນາຄົດ ໃຫ້ພົ້ນ ແລະ ຫ່າງໄກຈາກຢາເສບຕິດ. ໃນນັ້ນ, ທາງໂຮງຮຽນຍັງໄດ້ຄັດເລືອກເອົານັກຮຽນຈໍານວນ 10 ນ້ອງ ຂຶ້ນເລົ່າຄາຖາເຊົາຢາສູບ ໂດຍເນັ້ນເລືອກສະເພາະຜູ້ທີ່ເລົ່າໄດ້ຄ່ອງແຄ້ວ, ເປັນຈັງຫວະ ແລະ ຖືກຕ້ອງເພື່ອຊີງລາງວັນເອົາລົດຖີບ.

ຜ່ານການຄັດເລືອກຈາກກໍາມະການຜູ້ທີ່ສາມາດເລົ່າໄດ້ມ່ວນ ແລະ ຖືກຈັງຫວະ ຊະນະເລີດອັນດັບທີ 1 ແມ່ນ ທ້າວ ອະພິວາ ຄຳມຸງຄຸນ ຊັ້ນ ປ 5 ໄດ້ຮັບລາງວັນລົດຖີບ 1 ຄັນ, ສ່ວນຜູ້ທີ່ເຂົ້າຮ່ວມແຂ່ງຂັນເລົ່າຄາຖາເຊົາຢາສູບ ແມ່ນໄດ້ຮັບອຸປະກອນການຮຽນຈຳນວນໜຶ່ງ ແລະ ນ້ອງໆທີ່ເຂົ້າຮ່ວມກິດຈະກຳກໍໄດ້ຮັບວັດຖຸທີ່ກ່ຽວຂ້ອງກັບການຮຽນຕິດມືກັບບ້ານເຊັ່ນດຽວກັນ.

ທ່ານ ນາງ ຄູນວິໄລ ເຄນກິຕິສັກ ຜູ້ອຳນວຍການໂຮງຮຽນປະຖົມທົ່ງກາງ ໃຫ້ຮູ້ວ່າ: ກິດຈະກຳເລົ່າຄາຖາເຊົາຢາສູບ ຖືເປັນກິດຈະກຳໜຶ່ງທີ່ທາງໂຮງຮຽນໄດ້ຮ່ວມກັບ ພະອາຈານ ບຸນຍາດ ຄຳຜຸ ຈັດຕິດຕໍ່ກັນປີນີ້ເປັນປີທີ 5 ເພື່ອໃຫ້ນ້ອງນັກຮຽນໄດ້ຮູ້ຈັກເຖິງຜົນຮ້າຍຂອງຢາເສບຕິດ ແລະ ນຳເອົາໄປເຜີຍແຜ່ໃຫ້ກັບພໍ່ແມ່ ແລະ ໝູ່ເພື່ອນຂອງນ້ອງນັກຮຽນຟັງ ແລະ ນ້ອງນັກຮຽນຍັງໄດ້ຮູ້ຈັກບຸນຄຸນພໍ່ແມ່, ຄູບາອາຈານ, ສະຖານທີ່ການສຶກສາ ເພື່ອນຳໄປປະຕິບັດຕົນ ແລະ ນຳໃຊ້ເຂົ້າໃນຊີວິດປະຈຳວັນໃຫ້ເກີດປະໂຫຍດ.

( ຂ່າວ: ແກ້ວ; ຮູບ: ສຸກສະຫວັນ )