ເອັດສຊີຈີ ລົງພື້ນທີ່ຢ້ຽມຢາມນັກຮຽນ

134

ບໍລິສັດ ເອັດສຊີຈີ ຮ່ວມກັບພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ແລະ ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ ນຳໂດຍ ທ່ານ ໄຊທັດ ຕົງສາລີ ຜູ້ອຳນວຍການລະດັບສູງວິສາຫະກິດການສື່ສານອາຊຽນ ( Senior Associate Director Enterprise Band Communications ASEAN ) ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຢ້ຽມຢາມນ້ອງນັກຮຽນ ຈຳນວນ 3 ນ້ອງ ທີ່ສະໝັກຮັບທຶນການສຶກສາໃນໂຄງການ SCG Sharing the Dream 2019 ທີ່ໂຮງຮຽນ ມ.ປາຍ ຈັນທະບູລີ ແລະ ພົບປະຢ້ຽມຢາມຄອບຄົວຂອງນ້ອງນັກຮຽນ ເພື່ອຮັບຮູ້ຄວາມເປັນຢູ່, ການດຳລົງຊີວິດຂອງນັກຮຽນໃນແຕ່ລະມື້ ພ້ອມທັງໂອ້ລົມນໍານັກຮຽນ ແລະ ຜູ້ປົກຄອງຢ່າງໃກ້ຊິດ ເມື່ອວັນທີ 14 ພະຈິກ 2019.

ໂຄງການມອບທຶນການສຶກສາ SCG Sharing the Dream 2019 ເປັນປີທີ 8 ໂດຍມີແຜນມອບທຶນການສຶກສາໃຫ້ກັບນັກຮຽນລະດັບມັດທະຍົມຕອນປາຍ ຈໍານວນ 300 ທຶນ. ໃນນັ້ນ, ນະຄອນຫຼວງວຽງຈັນ 160 ທຶນ ແລະ ແຂວງຄໍາມ່ວນ 140 ທຶນ ເພື່ອມອບໂອກາດໃຫ້ນັກຮຽນທີ່ມຸ່ງໝັ້ນຢາກມີການສຶກສາທີ່ດີຂຶ້ນແຕ່ຂາດແຄນທຶນຮອນ.

ນອກຈາກນີ້, ປີ 2019 ເອັດສ ຊີຈີ ຍັງໄດ້ຂະຫຍາຍການມອບທຶນການສຶກສາໃຫ້ແກ່ນັກສຶກສາລະດັບປະລິນຍາຕີ ທີ່ຂາດແຄນທຶນຮອນ ຈຳນວນ 10 ທຶນ ເພື່ອສະໜັບສະໜູນນັກສຶກສາທີ່ມີຄວາມໃຝ່ຝັນໃນການສໍາເລັດການສຶກສາ ແລະ ປະກອບອາຊີບເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດ​ ໂດຍ ເອັດສຊີຈີ ຈະສະໜັບສະໜູນຈົນກວ່າຈະສໍາເລັດການສຶກສາ. ນອກນັ້ນ, ຍັງມີກິດຈະກໍາເພື່ອພັດທະນາສັກກະຍະພາບ ແລະ ເສີມສ້າງຄຸນນະທໍາຕະຫຼອດໂຄງການ.

ຄະນະໄດ້ເຂົ້າພົບປະກັບນ້ອງນັກຮຽນທັງ 3 ນ້ອງ ຄື: ນາງ ສຸພາວັນ ແກ້ວດວງດີ ນັກຮຽນ ມ 7, ນາງ ສຸພາວະດີ ໄຊຍະວົງສາ ນັກຮຽນ ມ 7 ແລະ ນາງ ຂັນຄຳ ສົມສະນິດ ນັກຮຽນ ມ 7 ພ້ອມກັບບັນດາຄູ – ອາຈານໂຮງຮຽນ ມ.ປາຍ ຈັນທະບູລີ ແລະ ໄດ້ໂອ້ລົມຖາມນ້ອງນັກຮຽນກ່ຽວຊີວິດການເປັນຢູ່, ສະພາບຂອງຄອບຄົວ ລວມໄປເຖິງການຮໍ່າຮຽນໃນແຕ່ລະມື້. ນອກນັ້ນ, ຄະນະຍັງໄດ້ເດີນທາງໄປຢ້ຽມຢາມຄອບຄົວຂອງ ນາງ ສຸພາວັນ ແກ້ວດວງດີ ແລະ ນາງ ສຸພາວະດີ ໄຊຍະວົງສາ ທີ່ບ້ານໂພນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ນາງ ສຸພາວະດີ ໄຊຍະວົງສາ ໄດ້ເລົ່າວ່າ: ຕົນເອງເປັນຄົນ ແຂວງສະຫວັນນະເຂດ ພໍ່ແມ່ໄດ້ເສຍຊີວິດແລ້ວ ຕົນເອງຈຶ່ງມາຢູ່ນໍາອ້າຍ ເຊິ່ງເປັນລູກຂອງອາວ ທີ່ບ້ານໂພນຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຊີວິດການເປັນຢູ່ຂອງຕົນເອງໃນແຕ່ລະມື້ແມ່ນຂາດເຂີນ ແລະ ລຳບາກຫຼາຍ ເປັນຕົ້ນຂາດເງິນຊື້ອຸປະກອນການຮຽນ, ຂາດພາຫະນະໄປຮຽນ ແລະ ອື່ນໆ ແຕ່ລະມື້ນ້ອງເອງຈຳເປັນຕ້ອງໄປກິນເຂົ້າກັບຈົວ ຜູ້ເປັນອ້າຍຢູ່ວັດສີດຳດວນ ແລະ ໄປຊ່ວຍອາຈານອະນາໄມຫ້ອງຮຽນຕ່າງໆ ເພື່ອໃຫ້ໄດ້ເຂົ້າຮຽນເພີ່ມບັນດາວິຊາວິທະຍາສາດທຳມະຊາດ ແລະ ຮຽນພາສາອັງກິດໃນວັດໂດຍບໍ່ເສຍຄ່າ. ສະນັ້ນ, ນ້ອງເອງຈຶ່ງຕັດສິນໃຈສະໝັກຂໍທຶນການສຶກສາຈາກ ເອັດສຊີຈີ ຈາກການແນະນຳຂອງຮຸ່ນເອື້ອຍ.

( ຂ່າວ: ກາວຊົ່ງ )