ແຈ້ງທຸກແຂວງເລັ່ງສົ່ງບັນຊີ ທຸລະກິດທີ່ເຄື່ອນໄຫວບໍ່ຖືກລະບຽບ ບໍ່ເກີນ 8 ພະຈິກນີ້

279

ລັດຈະປະຕິບັດເດັດຂາດຕາມລະບຽບກົດໝາຍທີ່ກຳນົດໄວ້ ສຳລັບທຸລະກິດທີ່ສວຍໃຊ້ໃບທະບຽນວິສາຫະກິດໄປເຄື່ອນໄຫວນອກຮູບນອກທາງ ຈາກທີ່ລະບຸໄວ້ດ້ານຫຼັງຂອງໃບທະບຽນ ພ້ອມຂີດເສັ້ນໄວ້ຕ້ອງມາລາຍງານຕົວບໍ່ໃຫ້ເກີນວັນທີ 8 ພະຈິກ 2019.

ຮູບປະກອບຂ່າວ

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການ ເລກທີ 1483/ກທຄວ.ອຄ, ລົງວັນທີ 21 ຕຸລາ 2019 ເຖິງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ເລື່ອງ ເກັບກໍາຂໍ້ມູນຫົວໜ່ວຍວິສາຫະກິດ ທີ່ໄດ້ຂຶ້ນທະບຽນວິສາຫະກິດແລ້ວ ໄປເຄື່ອນໄຫວທຸລະກິດໂດຍບໍ່ໄດ້ຮັບອະນຸຍາດ. ເຊິ່ງມີເນື້ອໃນດັ່ງນີ້:

ຮູບປະກອບຂ່າວ

ເພື່ອເຮັດໃຫ້ສາມາດຄຸ້ມຄອງ, ຕິດຕາມ ກວດກາ ແລະ ເກັບກໍາຂໍ້ມູນ ບັນດາຫົວໜ່ວຍວິສາຫະກິດ ທີ່ຂຶ້ນທະບຽນວິສາຫະກິດແລ້ວ ແຕ່ໄປເຄື່ອນໄຫວທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດລົງທຶນ ຫຼື ໃບອະນຸຍາດດໍາເນີນທຸລະກິດນັ້ນ. ໃຫ້ມາແຈ້ງຂໍ້ມູນ (ວິສາຫະກິດ, ໃບທະບຽນວິສາຫະກິດ, ເລກທີ, ລົງວັນທີ, ເລກລະຫັດວິສາຫະກິດ) ຂອງຫົວໜ່ວຍວິສາຫະກິດທີ່ລະເມີດ ແລະ ໄດ້ນໍາໃຊ້ມາດຕະການແນວໃດ ຕໍ່ຫົວໜ່ວຍວິສາຫະກິດທີ່ລະເມີດດັ່ງກ່າວ (ຖ້າມີ ມີແນວໃດ) ມາຍັງກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ບໍ່ໃຫ້ເກີນ 8 ພະຈິກ 2019 ນີ້.