ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ, ແຂວງຈຳປາສັກ ໄດ້ອອກແຈ້ງການສະບັບເລກທີ 015/ຈຂ.ຈສ ລົງວັນທີ 2 ກັນຍາ 2019 ເຖິງທ່ານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ; ຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດນະຄອນປາກເຊ ແລະ 9 ຕົວເມືອງ; ຫົວໜ້າພະແນກການ, ກົມກອງອ້ອມຂ້າງ, ກໍາລັງ ປກຊ-ປກສແຂວງ ພ້ອມດ້ວຍບັນດາບໍລິສັດ, ວິສາຫະກິດ, ຫ້າງຮ້ານ, ໂຮງຈັກໂຮງງານ, ຜູ້ປະກອບການຕ່າງໆ ຕະຫຼອດຮອດພໍ່ແມ່ປະຊາຊົນທົ່ວແຂວງຈຳປາສັກ ໃຫ້ເຝົ້າລະວັງ, ກະກຽມປ້ອງກັນ ແລະ ຊ່ວຍເຫຼືອໄພນໍ້າຖ້ວມໃນທົ່ວແຂວງ ຈຳປາສັກ.
ດັ່ງນັ້ນ, ທ່ານ ບົວລິນ ວົງພະຈັນ ປະທານຄະນະກຳມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງຂໍແຈ້ງມາຍັງທ່ານຊາບວ່າ: ປັດຈຸບັນພາຍຸດີເປຼຊັນ ໄດ້ເພີ່ມກຳລັງຂຶ້ນເປັນພາຍຸໝູນເຂດຮ້ອນ ແລະ ຈະພັດຜ່ານບັນດາແຂວງພາກກາງ ແລະ ພາກໃຕ້ ໃນຕອນເຊົ້າຂອງວັນທີ 3 ກັນຍາ 2019 ນີ້ ຕາມການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສະບັບເລກທີ 1227/ກອຕທ ລົງວັນທີ 2 ກັນຍາ 2019 ແລະ ສົມທົບກັບລະດັບນໍ້າຂອງ (ປາກເຊ) ປັດຈຸບັນ 11,42 ແມັດ ໃນເວລາ 16:00 ໂມງ ຂອງວັນທີ 2 ກັນຍາ 2019, ເຂດລະວັງໄພແມ່ນ 11 ແມັດ ແລະ ເຂດອັນຕະລາຍແມ່ນ 12 ແມັດ ເຊິ່ງຍັງຈະມີທ່າອ່ຽງເພີ່ມຂຶ້ນອີກ.
ສະນັ້ນ, ເພື່ອເປັນການຕອບໂຕ້ສະພາບການດັ່ງກ່າວ ຈຶ່ງແຈ້ງເຕືອນມາຍັງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນຊາວແຂວງ ຈຳປາສັກ ຕ້ອງເປັນເຈົ້າການຕິດຕາມສະພາບໄພພິບັດ (ນໍ້າຖ້ວມ) ທີ່ອາດຈະເກີດຂຶ້ນ ແລະ ກຽມຮັບມືໄດ້ຢ່າງທັນການ. ພ້ອມນັ້ນ, ກໍ່ຂໍໃຫ້ກວດກາສະພາບການໄພພິບັດ (ຜູ້ປະສົບໄພ ແລະ ຜົນເສຍຫາຍ) ທີ່ເກີດຂຶ້ນ ລາຍງານຕໍ່ກອງເລຂາຂັ້ນແຂວງ ເພື່ອສັງລວມລາຍງານຂັ້ນເທິງພິຈາລະນາຊ່ວຍເຫຼືອຢ່າງທັນການ.
ດັ່ງນັ້ນ, ຈິ່ງຂໍໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ໂດຍສະເພາະຜູ້ທີ່ອາໄສຢູ່ໃນບໍລິເວນພື້ນທີ່ຕ່ຳໃຫ້ມີສະຕິລະວັງຕົວ ແລະ ຂໍໃຫ້ຕິດຕາມການລາຍງານສະພາບອາກາດຈາກສື່ຕ່າງໆຢ່າງໃກ້ຊິດ. ປັດຈຸບັນ, ບາງເສັ້ນທາງຢູ່ນະຄອນປາກເຊ ກໍ່ມີນ້ຳໄຫຼເຂົ້າຖ້ວມ ຈິ່ງຂໍໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນ ຈົ່ງມີສະຕິລະມັດລະວັງຕົວຕື່ມອີກເພາະຝົນຕົກເສັ້ນທາງມື່ນ.