ຊາວເຊກອງ ຈະຮ່ວມກັນຟື້ນຟູປ່າໄມ້ໃຫ້ໄດ້ 2 ພັນກວ່າເຮັກຕາ ພາຍໃນປີນີ້

125

ປ່າໄມ້ ແມ່ນຊັບພະຍາກອນທໍາມະຊາດ ທີ່ມີຄວາມສໍາຄັນໃນການສະໜອງປັດໃຈສີ່ໃຫ້ແກ່ ການດຳລົງຊີວິດຂອງມະນຸດເຮົາ. ພ້ອມນັ້ນ, ປ່າໄມ້ຍັງເປັນທີ່ຢູ່ອາໄສ ແລະ ເປັນບ່ອນແພ່ພັນຂອງສັດປ່ານາໆຊະນິດ, ຊ່ວຍຮັກສາອຸນຫະພູມໃຫ້ເປັນປົກກະຕິ, ຕ້ານການເຊາະເຈື່ອນ, ຮັກສາສິ່ງແວດລ້ອມໃຫ້ເປັນປົກກະຕິ ແຕ່ໃນຂະນະດຽວກັນ ມະນຸດໄດ້ນຳໃຊ້ຊັບພະຍາກອນດັ່ງກ່າວ ໂດຍບໍ່ຄຳນຶງຜົນກະທົບ ທີ່ຈະຕາມມາ ຈົນເຮັດໃຫ້ປ່າໄມ້ຫຼຸດລົງຢ່າງໄວວາ. ດັ່ງນັ້ນ, ເພື່ອເປັນການປ້ອງກັນເນື້ອທີ່ປ່າໄມ້ໃຫ້ຂຽວງາມຄົງຄວາມອຸດົມສົມບູນຂອງເນື້ອທີ່ໃຫ້ຫຼາຍທີ່ສຸດ ຫຼາຍໆພາກສ່ວນໄດ້ພ້ອມພຽງກັນປູກໄມ້ ແລະ ຟື້ນຟູປ່າທີ່ຖືກທຳລາຍໃຫ້ກັບມາສູ່ສະພາບເດີມ ສະເພາະແຂວງເຊກອງ ວາງເປົ້າຈະຟື້ນຟູປ່າໃຫ້ໄດ້ 2 ພັນກວ່າເຮັກຕາ ພາຍໃນປີນີ້.

ພາບປະກອບຂ່າວ

 

ທ່ານ ເພັດສະໝອນ ໄຊຍະວົງ ຮອງຫົວໜ້າຂະແໜງປ່າໄມ້ແຂວງເຊກອງ ໃຫ້ຮູ້ວ່າ: ໃນປີ 2019 ນີ້ ຂະແໜງປ່າໄມ້ພວກເຮົາ ໄດ້ວາງຄາດໝາຍຈະຟື້ນຟູປ່າໄມ້ໃຫ້ໄດ້ທັງໝົດ 2.764 ເຮັກຕາ, ໃນນີ້ ປ່າຜະລິດ ຈໍານວນ 2.246 ເຮັກຕາ, ປະຕິບັດສໍາເລັດແລ້ວ ໂດຍແມ່ນໂຄງການຄຸ້ມຄອງປ່າໄມ້ແບບຍືນນານ ( SUFORD SU ) ເປັນຜູ້ສະໜອງງົບປະມານໃນການຈັດຕັ້ງປະຕິບັດ, ປ່າປ້ອງກັນ 500 ເຮັກຕາ; ປະຕິບັດໄດ້ແລ້ວ 320 ເຮັກຕາ, ເຊິ່ງຟື້ນຟູຢູ່ເຂດປ່າປ້ອງກັນລຽບຕາມຊາຍແດນລາວ-ຫວຽດນາມ ໂດຍແມ່ນໂຄງການອະນຸລັກຊີວະນາໆພັນຕາມແລວທາງເຊື່ອມຕໍ່ ( BCC-FIP ) ເປັນຜູ້ໃຫ້ງົບປະມານ; ປ່າສະຫງວນ 18 ເຮັກຕາ, ກໍາລັງຈັດຕັ້ງປະຕິບັດ ຟື້ນຟູເຂດປ່າສະຫງວນແຫ່ງຊາດເຊຊັບ ລຽບຕາມຊາຍແດນລາວ-ຫວຽດນາມ ໂດຍແມ່ນໂຄງການຫຼຸດຜ່ອນການທໍາລາຍປ່າໄມ້ ແລະ ສູນເສຍປ່າໄມ້ ( Carbi ) ເປັນຜູ້ໃຫ້ງົບປະມານໃນການຈັດຕັ້ງປະຕິບັດ.

 

 

ມາຮອດປັດຈຸບັນທົ່ວແຂວງເຊກອງ ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ 300.700 ເຮັກຕາ, ກວມເອົາ 38,8% ( ອີງຕາມຜົນການສໍາຫຼວດຂອງກົມປ່າໄມ້ ປີ 2010 ), ທົ່ວແຂວງມີເນື້ອທີ່ປ່າໄມ້ 3 ປະເພດຄື: ປ່າຜະລິດ, ປ່າສະຫງວນ ແລະ ປ່າປ້ອງກັນ, ກວມເອົາ 560.307 ເຮັກຕາ.

 

ພາບປະກອບຂ່າວ

 

ຮອງຂະແໜງປ່າໄມ້ ກ່າວຕື່ມວ່າ: ເພື່ອບັນລຸຕາມແຜນການດັ່ງກ່າວ ຂະແໜງປ່າໄມ້ແຂວງ ໄດ້ມີມາດຕະການຈັດຕັ້ງປະຕິບັດຄື: ສໍາລັບການເກັບແກ່ນ, ກ້າເບ້ຍ ແລະ ປູກໄມ້ປີນີ້ ລວມທັງພາກລັດ, ບໍລິສັດ, ປະຊາຊົນ ແລະ ນິຕິບຸກຄົນຕ່າງໆ ກໍໄດ້ຫຼາຍແສນເບ້ຍ, ເຊິ່ງປັດຈຸບັນພວກເຮົາຍັງສືບຕໍ່ລົງສົມທົບກັບອໍານາດປົກຄອງເມືອງ ແລະ ບ້ານ ລົງຊອກພື້ນທີ່ເພື່ອຈັດສັນປູກ ພ້ອມທັງແນະນໍາໃຫ້ຊາວສວນ, ຊາວກະສິກອນ ແລະ ຜູ້ປະກອບການຕ່າງໆ ຕ້ອງໄດ້ມີພັນທະປູກໄມ້ໃນຄວາມຮັບຜິດຊອບຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ ເວົ້າລວມ, ເວົ້າສະເພາະກໍແມ່ນເພື່ອຜົນປະໂຫຍດຂອງຕົນເອງ ແລະ ກໍໄດ້ແນະນໍາໃຫ້ຜູ້ປູກຕົ້ນໄມ້ ພາຍຫຼັງທີ່ປູກແລ້ວຕ້ອງມີການປົກປັກຮັກສາຕົ້ນໄມ້ດັ່ງກ່າວໃຫ້ລອດຕາຍ ແລະສາມາດເຕີບໃຫຍ່ໄດ້ ເພາະສັງເກດເຫັນວ່າການປູກຕົ້ນໄມ້ໃນຊຸມປີຜ່ານມາແມ່ນມີຫຼາຍພໍສົມຄວນ ແຕ່ຂາດການບົວລະບັດຮັກສາ, ມີບາງຊະນິດກໍສາມາດເຕີບໂຕໄດ້ ແລະ ບາງຊະນິດກໍບໍ່ສາມາດລອດຕາຍໄດ້. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງມີສ່ວນຮ່ວມ ແລະເຫັນຄວາມສໍາຄັນກ່ຽວກັບການປູກໄມ້ ແລະຟື້ນຟູປ່າໄມ້.

 

ພາບປະກອບຂ່າວ

 

ໃນໄລຍະຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ ກໍຄືຂະແໜງປ່າໄມ້ແຂວງ ໄດ້ຊຸກຍູ້ພາກລັດ, ປະຊາຊົນ, ບຸກຄົນ ແລະ ບໍລິສັດ ໃນທົ່ວແຂວງ ປູກໄມ້ໄດ້ທັງໝົດ 4.121 ເຮັກຕາ, ໃນນີ້ ລັດປູກ 452 ເຮັກຕາ, ປະຊາຊົນປູກ 1.085 ເຮັກຕາ ແລະ ບໍລິສັດ ປູກ 2.119 ເຮັກຕາ ແລະ ກໍານົດເຂດຟື້ນຟູປ່າໄດ້ທັງໝົດ 154.134 ເຮັກຕາ, ໃນນັ້ນ ປ່າຜະລິດ 62.706 ເຮັກຕາ, ປ່າສະຫງວນ 30.400 ເຮັກຕາ, ປ່າປ້ອງກັນ 37.722 ເຮັກຕາ ແລະ ນອກ 3 ປະເພດປ່າ ໄດ້ 66.786 ເຮັກຕາ.

 

ພາບປະກອບຂ່າວ

 

ຂໍ້ມູນ: ຂ່າວເຊກອງ