ບໍລິສັດ ເທັກໂນໂລຢີລາຍໃຫຍ່ຂອງໂລກ ປະກາດເລີກຈ້າງພະນັກງານ 1.700 ຕໍາແໜ່ງ

49

ເປັນທີ່ຕົກໃຈ ເມື່ອບໍລິສັດ ໄອບີເອັມ IBM (International Business Machines) ຫຼື ເອີ້ນສັ້ນໆວ່າ ບິກບູ Big Blue ບໍລິສັດ ຜູ້ຜະລິດ ແລະ ໃຫ້ບໍລິການດ້ານຄອມພິວເຕີ້ ອຸປະກອນ ໄອທີ ເທັກໂນໂລຊີສື່ສານດ້ານອີເລັກໂທນິກລາຍໃຫຍ່ຂອງໂລກ ສ້າງຕັ້ງຂຶ້ນມາແຕ່ປີ 1963 ມີສໍາໜັກງານໃຫຍ່ຢູ່ ປະເທດອາເມລິກາ ແລະ ມີສາຂາຫຼາຍກວ່າ 170 ສາຂາໃນທົ່ວໂລກ ປະກາດປົດພະນັກງານເກືອບ 2000 ຊີວິດ.

IBM ຢືນຍັນວ່າໄດ້ປົດພະນັກງານອອກຈໍານວນ 1.700 ຕໍາແໜ່ງແທ້ ແຕ່ນັ້ນເປັນພຽງ 0,5 % ຂອງພະນັກງານທັງໝົດເທົ່ານັ້ນ ເພາະພະນັກງານທັງໝົດຂອງ IBM ມີຫຼາຍກວ່າ 340.000 ຄົນ ແລະ ມີພຽງແຕ່ 1.700 ຄົນທີ່ໄດ້ຮັບຜົນກະທົບ.

IBM ໄດ້ໃຫ້ສໍາພາດກັບ CNBC ວ່າ: ເຮົາມີການປັບປ່ຽນທີມເພື່ອຄວາມເໝາະສົມທີ່ຈະສ້າງມູນຄ່າໃນຕະຫຼາດໄອທີໃຫ້ສູງທີ່ສຸດ ແລະ ຍັງຄົງເດີນໜ້າຈ້າງງານພະນັກງານໃນພື້ນທີ່ໃໝ່ໆ ເພື່ອມອບບໍລິການທີ່ຄຸ້ມຄ່າໃຫ້ກັບລູກຄ້າ ໂດຍ IBM ພະຍາຍາມທີ່ຈະພັດທະນາທຸລະກິດຜ່ານການຊື້ກິດຈະການຄັ້ງໃຫຍ່ ແລະ ຕອບສະໜອງກັບການສ້າງກໍາໄລທີ່ຕັ້ງເປົ້າໄວ້.

ຕາມການລາຍງານຂອງ Synergy Research Group ເຜີຍວ່າ ປັດຈຸບັນ IBM ເປັນເຈົ້າຂອງລະບົບຄາວດ໌ (Cloud) ຈາກການຊື້ກິດຈະການບໍລິສັດ Red Hat ເຊິ່ງບໍລິສັດຫວັງທີ່ຈະໄດ້ໃຊ້ປະໂຫຍດຈາກທຸລະກິດທີ່ໃຊ້ລະບົບຄາວດ໌ນີ້ ໃນການເຊື່ອມໂຍງຫາ ອາເມຊອນ ແລະ ໄມໂຄຊັອບ ເພື່ອຈະມີສ່ວນແບ່ງທາງການຕະຫຼາດເພີ່ມຂຶ້ນ.

ຈາກ: smartsme.co.th