ສາລະວັນ ພ້ອມອຳນວຍຄວາມສະດວກໃຫ້ນັກລົງທຶນຂະແໜງທ່ອງທ່ຽວ

34

ທ້າຍອາທິດຜ່ານມາ ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ທ່ອງທ່ຽວຂອງຄະນະນຳຈັງຫວັດອຸບົນຣາຊະທານີ ປະເທດໄທ ໂອກາດດັ່ງກ່າວທັງສອງຝ່າຍໄດ້ຫາລືໃນການສ້າງເງື່ອນໄຂຮ່ວມກັນກ່ຽວກັບວຽກງານການທ່ອງທ່ຽວ ແລະ ການສະໜອງຂໍ້ມູນດ້ານການທ່ອງທ່ຽວ, ທ່າແຮງ, ຈຸດພິເສດ ແລະ ເງື່ອນໄຂຕ່າງໆ ທີ່ຈະເຮັດໃຫ້ນັກທຸລະກິດ – ຜູ້ປະກອບການຂອງຈັງຫວັດອຸບົນຣາຊະທານີ ຫາກມີຄວາມສົນໃຈຢາກມາລົງທຶນ ແລະ ສຶກສາຄວາມເປັນໄປໄດ້ກ່ຽວກັບການດຳເນີນກິດຈະການທ່ອງທ່ຽວຢູ່ແຂວງສາລະວັນ ພ້ອມທີ່ຈະອຳນວຍຄວາມສະດວກ.

ທ່ານເຈົ້າແຂວງສາລະວັນ ໄດ້ກ່າວໃຫ້ຮູ້ວ່າ: ແຂວງສາລະວັນ ເປັນແຂວງ ໜຶ່ງທີ່ນອນຢູ່ໃນ 4 ແຂວງພາກໃຕ້, ມີຊາຍແດນຕິດຈອດກັບຫຼາຍປະເທດ ເປັນຕົ້ນ: ທິດຕາເວັນອອກຕິດກັບບັນດາແຂວງ ສສ ຫວຽດນາມ ຍາວ 166 ກິໂລແມັດ, ທິດຕາເວັນຕົກຕິດກັບປະເທດໄທ ຍາວ 90 ກິໂລແມັດ, ທິດເໜືອຕິດກັບແຂວງສະຫວັນນະເຂດ ຍາວ 270 ກິໂລແມັດ ແລະ ທິດຕາເວັນຕົກສ່ຽງໃຕ້ຕິດກັບແຂວງຈຳປາສັກ ແລະ ແຂວງເຊກອງ. ແຂວງສາລະວັນ ມີ 10 ຊົນເຜົ່າ ທີ່ມີວິຖີຊີວິດ, ຮີດຄອງປະເພນີ ແລະ ວັດທະນະທຳທີ່ຄ້າຍຄືກັນ ແລະ ແຕກຕ່າງກັນ ລ້ວນແລ້ວແຕ່ມີສະເໜ່, ສິ່ງດຶງດູດຈິດໃຈນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ມີຄວາມສົນໃຈຢາກທ່ຽວຊົມ ແລະ ສຳຜັດບັນຍາກາດກັບວັດທະນະທຳ, ວິຖີຊີວິດດັ້ງເດີມຂອງປະຊາຊົນ ເຊັ່ນ: ງານບຸນປະເພນີຕ່າງໆຂອງແຕ່ລະຊົນເຜົ່າ, ພາສາປາກເວົ້າ ແລະ ການນຸ່ງຖືທີ່ແຕກຕ່າງກັນທີ່ເຊື່ອງຊ້ອນດ້ວຍຄວາມສວຍງາມ, ຄວາມເປັນເອກະລັກວັດທະນະທຳຂອງເຂົາເຈົ້າ ໂດຍສະເພາະ ( ສຽງແຄນສຽງລຳສາລະວັນ ).

ສຳລັບແຫຼ່ງທ່ອງທ່ຽວແຂວງສາລະວັນ ແມ່ນມີຫຼາຍກວ່າ 90 ແຫ່ງ, ທາງດ້ານປະຫວັດສາດ, ວັດທະນະທຳ ແລະ ການທ່ອງທ່ຽວທຳມະຊາດ ເປັນຕົ້ນ: ຕາດເລາະ – ຕາດຮັງ ທີ່ເປັນໜຶ່ງແຫຼ່ງທ່ອງທ່ຽວທີ່ໄດ້ຮັບ ຄວາມນິຍົມ, ຫໍໄຕວັດກາງ, ແຫຼ່ງທ່ອງທ່ຽວອຸທິຍານພູຜາສຸກຄົ້ນພົບໃໝ່ ທີ່ກຳລັງພັດທະນາ ແລະ ອື່ນໆ ເຊິ່ງຫຼາຍບ່ອນໄດ້ພັດທະນາ ແລະ ອີກຫຼາຍບ່ອນບໍ່ທັນໄດ້ຮັບການພັດທະນາ ແຕ່ກໍສາມາດຮອງຮັບນັກທ່ອງທ່ຽວທີ່ມາທ່ຽວຊົມໄດ້ ແລະ ຖ້າຫາກໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ 6 ລະ ຫວ່າງແຂວງສາລະວັນ ແລະ ຈັງຫວັດອຸບົນຣາຊະທານີສຳເລັດ ຍິ່ງຈະເປັນການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ໂດຍສະເພາະເສດຖະກິດແລວຕາເວັນຕົກ – ຕາເວັນອອກ ຍິ່ງຈະໄດ້ຮັບການພັດທະນາ ລະຫວ່າງ ລາວ – ຫວຽດນາມ ແລະ ລາວ – ໄທ ໃນທຸກໆຂົງເຂດ ເປັນຕົ້ນ: ແມ່ນວົງຈອນການທ່ອງທ່ຽວ, ການຄ້າ ແລະ ອື່ນໆ ເຊິ່ງແຂວງສາລະວັນ ໄດ້ກະກຽມຄວາມພ້ອມໃນດ້ານການບໍລິການສະຖານທີ່ພັກແຮມ, ຮ້ານອາຫານ, ເຄື່ອງທີ່ລະນຶກຕ່າງໆ ແລະ ມີແຜນຮອງຮັບໄວ້.

ນອກຈາກນັ້ນ, ເພື່ອເພີ່ມທະວີມິດຕະພາບ ລາວ – ໄທ ກໍຄືແຂວງສາລະວັນ ກັບ ຈັງຫວັດອຸບົນຣາຊະທານີ ໃຫ້ແໜ້ນແຟ້ນ ແລະ ເປັນການຮ່ວມມືໃຫ້ຫຼາຍຂຶ້ນ ຍິ່ງຈະເຮັດໃຫ້ສອງແຂວງໄດ້ຮັບການພັດທະນາ, ແລກປ່ຽນສິນຄ້າ, ການທ່ອງທ່ຽວ ແລະ ການບໍລິການຜະລິດຕະພັນດ້ານກະສິກຳໃຫ້ນັບມື້ຫຼາຍຂຶ້ນ. ຈາກນັ້ນ, ທ່ານເຈົ້າແຂວງສາລະວັນ ຍັງໄດ້ເຊີນຊວນບັນດານັກທຸລະກິດ, ຜູ້ປະກອບການຈາກຈັງຫວັດອຸບົນຣາຊະທານີ ມາສຶກສາ, ສຳຫຼວດຄວາມເປັນໄປໄດ້ທີ່ຈະມາລົງທຶນໃນແຂວງສາລະວັນ ແລະ ພ້ອມທີ່ຈະອຳນວຍຄວາມສະດວກ, ສ້າງເງື່ອນໄຂຮ່ວມກັນໃນການພັດທະນາສອງ    ແຂວງ ຄື: ສາລະວັນ ແລະ ອຸບົນຣາຊະທານີ.

( ຂ່າວ: ວິໄລວອນ ສິດທິໄຊ )