ສຸດມັນ ອານຸວັດ ຊະນະຄະແນນມວຍຄູ່ເອກລາຍການ ນະຄອນຫຼວງ ກໍກຽດແດນຈໍາປາ ອາທິດທີ 7

33

ການແຂ່ງຂັນຊົກມວຍ ລາຍການ ນະຄອນຫຼວງ ກໍກຽດແດນຈຳປາ ປະຈຳປີ 2019 ຊົກກັນ 7 ຄູ່ ໃນວັນທີ 21 ກັນຍາ 2019 ທີ່ສະໂມສອນກີລາໃນຮົ່ມ ສະຫະພັນມວຍລາວ ນະຄອນຫຼວງວຽງຈັນ ( ບຶງຂະຫຍອງ ) ເພື່ອເລືອກເຟັ້ນນັກຊົກຜູ້ທີ່ມີພອນສະຫວັນດີເດັ່ນກ້າວສູ່ທີມນະຄອນຫຼວງວຽງຈັນ ກຽມເຂົ້າຮ່ວມລ່າຫຼຽນຄຳ ຊຽງຂວາງ ເກມ 2020.

ໂດຍຄູ່ເອກເປັນການພົບກັນລະຫວ່າງ ອານຸວັດ ສິດຈານເພັງ ແລະ ສົມດີ ສໍຈະເລີນສິງ ໃນຮຸ່ນນ້ຳໜັກ 63 ກິໂລກຣາມ ເຊິ່ງຊົກເປັນຄູ່ທີ 4 ປາກົດວ່າ: ທັງຄູ່ຕ່າງອອກອາວຸດເດັດ ແລະ ການປ້ອງກັນທີ່ໂດດເດັ່ນ ຈົນເຮັດໃຫ້ກໍາມະການໜັກໃຈສົມຄວນ ເພາະຕ້ອງດໍາເນີນຈົນຄົບ 5 ຍົກ ກ່ອນທີ່ກໍາມະການຈະຊູມືໃຫ້ ອານຸວັດ ສິດຈານເພງ ເອົາຊະນະຄະແນນໄປ, ສ່ວນຜົນຄູ່ອື່ນໆມີດັ່ງນີ້:

ຄູ່ທີ 1 ບິດແບຣ໊ງ ເພັດນະຄອນ ຊະນະນ໊ອກ ສອນຫຼາມ ສໍສິງຄຳ ຮຸ່ນ 46 ກິໂລກຣາມ ຍົກທີ 2.

ຄູ່ທີ 2 ຈົ່ງຮັກນ້ອຍ ເພັດນະຄອນ ຊະນະນ໊ອກ ອາຍາເຫຼັກ ປກສ ຮຸ່ນ 46 ກິໂລກຣາມ ຍົກ 3.

ຄູ່ທີ 3 ຮອງຄູ່ເອກ     ເພັດຊາຍແດນ ສິດຈານເພັງ ເສຍນ໊ອກໃຫ້ ເພັດສາລະວັນ ມົງຄຸນເພັດ ຮຸ່ນ 52 ກິໂລ ຍົກ 3.

ຄູ່ທີ 5 ແມັກຈົວ ຂວັນໃຈສີໂຄດ ເສຍນ໊ອກໃຫ້ ເຢິນນ້ອຍ ຄໍາເສັງ ຍົກ 2 ໃນຮຸ່ນ 75 ກິໂລ.

ຄູ່ທີ 6 ສິນຫາວ່າງ ສະໂມສອນເຜົາມົ້ງ ບ້ານທ່າດິນແດງ ຊະນະນ໊ອກ ສາຍຍັນ ບ້ານດຸ້ງ ຮຸ່ນ 64 ກິໂລ ຍົກ 1.

ຄູ່ທີ 7 ຈົງຮັກ ຄໍາເສັງ  ຊະນະນ໊ອກ ລາຊາສີ ສິດຈານແອ ຮຸ່ນ 46 ກິໂລກຣາມ ຍົກ 3.

( ຄໍາສອນ )