ຮອງນາຍົກ ເນັ້ນພາກທຸລະກິດ ສຶກສາໂອກາດການດຳເນີນທຸລະກິດຈາກນະໂຍບາຍພາກລັດ

76

ໃນກອງປະຊຸມຜູ້ບໍລິຫານລະດັບສູງ Top Executive Meeting ທ່ານຮອງນາຍົກ ໄດ້ເນັ້ນໃຫ້ທຸລະກິດ ຈົ່ງພ້ອມກັນສຶກສາໂອກາດໃນການດໍາເນີນທຸລະກິດຈາກນະໂຍບາຍຕ່າງໆຂອງລັດຖະບານ ຖ້າເຫັນໃຫ້ຮີບຈັດຕັ້ງປະຕິບັດລົງທຶນ ແຕ່ຕ້ອງຮັບປະກັນຄວາມສະເໝີພາບ ແລະ ການແຂ່ງຂັນທີ່ເປັນທໍາ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ກ່າວຕໍ່ກອງປະຊຸມຜູ້ບໍລິຫານລະດັບສູງ Top Executive Meeting ວ່າ: ລັດຖະບານພວມສືບຕໍ່ກໍ່ສ້າງ ແລະ ພັດທະນາເສດຖະກິດ, ການຄ້າ, ການລົງທຶນ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງທົ່ວເຖິງ, ພະຍາຍາມສູ້ຊົນປະຕິບັດລວມຍອດຜະລິດຕະພັນພາຍໃນ GDP ຂະຫຍາຍຕົວບໍ່ຫຼຸດ 6,5% ຕໍ່ປີ. ໃນນີ້, ປັດໄຈຂັບເຄື່ອນເສດຖະກິດແມ່ນອຸດສາຫະກຳ ແລະ ການບໍລິການ ເຮັດແນວນີ້ຈຶ່ງຈະຫັນປ່ຽນໂຄງປະກອບເສດຖະກິດປັດຈຸບັນທີ່ມີປະຊາຊົນສ່ວນໃຫຍ່ເອື່ອຍອີງຂະແໜງກະສິກໍາ ເພືີ່ອທໍາມາຫາກິນລ້ຽງຊີບຕາມລະດູການ.

ທ່ານກ່າວອີກວ່າ: ລັດຖະບານໄດ້ພະຍາຍາມປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດໃຫ້ນັບມື້ດີຂຶ້ນ. ໃນນັ້ນ, ມີການປັບປຸງຫຼາຍນິຕິກໍາທີ່ຕິດພັນກັບການເຮັດທຸລະກິດ ແລະ ການລົງທຶນ ເປັນຕົ້ນແມ່ນກົດໝາຍສົ່ງເສີມການລົງທຶນ, ກົດໝາຍຄຸ້ມຄອງສ່ວຍສາອາກອນ, ປັບປຸງກົດໝາຍອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ອາກອນຊົມໃຊ້, ປັບປຸງກົນໄກການລົງທຶນປະຕູດຽວ ແລະ ວາງມາດຕະການກະຕຸ້ນເສດຖະກິດໃຫ້ມີການເຕີບໂຕແຕ່ລະໄລຍະ.

ນອກນັ້ນ, ລັດຖະບານໄດ້ອອກຄໍາສັ່ງ ເລກທີ 12/ນຍ, ລັດຖະບານຮັບຮອງແຜນພັດທະນາທຸລະກິດຂະໜາດນ້ອຍ ແລະ ກາງ, ອອກຄໍາສັ່ງ 02/ນຍ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານຍົກລະດັບຄວາມສະດວກໃນການດໍາເນີນທຸລະກິດໃນຊຸມປີຕໍ່ໜ້າໃຫ້ຢູ່ອັນດັບ 2 ຕົວເລກຕາມຄາດໝາຍ.

ຜົນສໍາເລັດທີ່ຈະເກີດຂຶ້ນໄດ້ ຮຽກຮ້ອງທັງພາກລັດ ແລະ ເອກະຊົນຮ່ວມມືຮ່ວມໃຈສູ້ຊົນສົ່ງເສີມບັນດາວິສາຫະກິດໃນລະບົບເສດຖະກິດຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດ, ຮັບປະກັນໃຫ້ທຸກພາກສ່ວນມີ ຄວາມສະເໝີພາບຕໍ່ໜ້າກົດໝາຍ, ມີການແຂ່ງຂັນທີ່ເປັນທໍາ, ສະພາບແວດລ້ອມທີ່ອໍານວຍ ແລະ ຄ່ອງຕົວ.

ລັດຖະບານຈະສືບຕໍ່ເປີດກວ້າງຕະຫຼາດ ແລະ ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ຕິດພັນກັບການປັງປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ. ສະນັ້ນ, ກໍຮຽກຮ້ອງໃຫ້ບັນດາທ່ານສືບຕໍ່ເອົາໃຈໃສ່ສຶກສາກາລະໂອກາດທີ່ເກີດຂຶ້ນຈາກການປະຕິບັດນະໂຍບາຍຕ່າງໆຂອງລັດຖະບານ ໂດຍຄໍານຶງເຖິງສະພາບແວດລ້ອມຄວາມເປັນຈິງ ທ່າແຮງທີ່ແຂ່ງຂັນໄດ້ຄວາມເປັນໄປໄດ້ໃນດ້ານຕ່າງໆ ແລະ ການຜັນແປຂອງສະພາບການຂອງໂລກ ແລະ ພາກພື້ນ ເມື່ອເຫັນໂອກາດແລ້ວກໍໃຫ້ລິເລີ່ມສ້າງເປັນໂຄງການລົງທຶນຂອງທຸລະກິດໃນຄວາມພະຍາຍາມຂອງພວກທ່ານ. ພາກລັດຈະສືບຕໍ່ເອົາໃຈໃສ່ສ້າງເງື່ອນໄຂສະດວກ, ຊຸກຍູ້ສົ່ງເສີມ ແລະ ແກ້ໄຂບັນຫາໃຫ້ພາກທຸລະກິດຢ່າງແທດເໝາະ ແລະ ທັນການ ທ່ານ ສົມດີ ດວງດີ ກ່າວ.

ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ( ສຄອຊ ) ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຜູ້ບໍລິຫານລະດັບສູງ ແມ່ນເພື່ອເປີດໂອກາດໃຫ້ແກ່ນັກທຸລະກິດ ແລະ ຜູ້ປະກອບການພາຍໃນ ສປປ ລາວ ແລະ ຕ່າງປະເທດໄດ້ພົບປະກັບເຈົ້າໜ້າທີ່ຂັ້ນສູງທາງພາກລັດຂອງ ສປປ ລາວ ແລະ ບັນດາຕົວແທນຂອງສະພາການຄ້າຂອງຕ່າງປະເທດ.

ກອງປະຊຸມຜູ້ບໍລິຫານລະດັບສູງຈັດຂຶ້ນໃນວັນທີ 15 ພຶດສະພາ 2019 ທີ່ໂຮງແຮມຄຣາວພລາຊາ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ເຂົ້າຮ່ວມມີ ທ່ານ ນາງ ເຂັມມະນີ  ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຜູ້ຕາງໜ້າຈາກພາກລັດ, ທຸລະກິດ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

( ຂ່າວ: ພຸດຕີ້, ຮູບ: ວິລະສັກ )