ເປີດການກໍ່ສ້າງສູນການຄ້າ ແລະ ໂຮງແຮມ ຫົວພັນ – ແທັງຮວ່າ

156

ວັນທີ 2 ກັນຍາ 2019 ໄດ້ມີພິທີເປີດໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມ ຫົວພັນ – ແທັງຮວ່າ ຢູ່ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໂດຍມີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງ ຫົວພັນ, ທ່ານ ກາວມິງເຕິນ ປະທານ ກຸ່ມບໍລິສັດ ມິງລິງ, ມີການນຳຂັ້ນແຂວງ, ສະພາປະຊາຊົນແຂວງ, ການນຳເມືອງຊຳເໜືອ, ຫົວໜ້າ – ຮອງພະແນກການກ່ຽວຂ້ອງຂັ້ນແຂວງ, ຕະຫຼອດຮອດພະນັກງານຈາກພະແນກ ຍທຂ, ບໍລິສັດ ມິງລິງ, ຫ້ອງການກ່ຽວຂ້ອງຈາກເມືອງຊຳເໜືອ ແລະ ບ້ານພັນໄຊ ເຂົ້າຮ່ວມນຳ.

ໂຄງການກໍ່ສ້າງສູນການຄ້າ ແລະ ໂຮງແຮມ ຫົວພັນ – ແທັງຮວ່າ ມີສະຖານທີ່ຕັ້ງຢູ່ບ້ານພັນໄຊ ເມືອງຊຳເໜືອ ແຂວງ ຫົວພັນ, ເປັນໂຄງການທີ່ມີຄວາມໝາຍຄວາມສຳຄັນນອນຢູ່ແຜນຮ່ວມມືຂອງສອງແຂວງ ຫົວພັນ – ແທັງຮວ່າ ໂດຍແມ່ນ ກຸ່ມບໍລິສັດ ມິງລິງ ແທັງຮວ່າ ເປັນຜູ້ລົງທຶນ ແລະ ສຳປະທານ ໃນໄລຍະ 50 ປີ, ໂຄງການນີ້ມີເນື້ອທີ່ທັງໝົດ 2.300 ຕາແມັດ ແລະ ໄດ້ແບ່ງອອກເປັນ 2 ກິດຈະການ ຄື: ກິດຈະການທີໜຶ່ງ ແມ່ນກໍ່ສ້າງໂຮງແຮມບໍລິການທີ່ທັນສະໄໝເປັນອາຄານ 9 ຊັ້ນ, ກິດຈະການທີສອງ ກໍ່ສ້າງສູນການຄ້າປະສົມປະສານກັບເຮືອນເຊົ່າເປັນອາຄານ 3 ຊັ້ນ ເຊິ່ງມີມູນຄ່າການລົງທຶນທັງໝົດ 80 ຕື້ດົງ ເທົ່າກັບ 3,4 ລ້ານໂດລາສະຫະລັດ ແລະ ຄາດວ່າຈະໃຊ້ເວລາເຂົ້າໃນການກໍ່ສ້າງທັງໝົດ 2 ປີ ໃຫ້ສຳເລັດ.

ເມື່ອໂຄງການນີ້ສຳເລັດຈະເປັນການປະກອບສ່ວນອັນສຳຄັນໃນການພັດທະນາເສດຖະກິດ – ສັງຄົມ ຢູ່ແຂວງຫົວພັນ ໂດຍສະເພາະແມ່ນເມືອງຊຳເໜືອ ກາຍເປັນສູນການຄ້າ, ບໍລິການໂຮງແຮມ ເພື່ອໃຫ້ຊາວຄ້າຂາຍ, ບັນດານັກທຸລະກິດຫວຽດນາມ ເວົ້າລວມ, ເວົ້າສະເພາະແຂວງແທັງຮວ່າ ມີເງື່ອນໄຂເຮັດທຸລະກິດຄົງທີ່, ທັງເປັນການເພີ່ມທະວີການພົບປະແລກປ່ຽນຮ່ວມມືການຄ້າລະ ຫວ່າງສອງຊາດ ລາວ – ຫວຽດນາມ, ຫົວພັນ – ແທັງຮວ່າ ໃຫ້ນັບມື້ກວ້າງ ຂວາງແໜ້ນແຟ້ນຍິ່ງໆຂຶ້ນ. ນອກຈາກນີ້, ຍັງເປັນການສ້າງເງື່ອນໄຂໃຫ້ຊາວຄ້າຂາຍ, ບັັນດານັກທຸລະກິດຢູ່ລາວ ໂດຍສະເພາະແມ່ນແຂວງຫົວພັນ ມີທາງເລືອກກ່ຽວກັັບການເຮັດທຸລະກິດຄ້າຂາຍຢູ່ໃນສູນການຄ້າ, ໂຮງແຮມ ຫົວ ພັນ – ແທັງຮວ່າ, ນຳໃຊ້ແຮງງານຂອງທ້ອງຖິ່ນ, ເປັນການສ້າງວຽກເຮັດງານທຳ, ສ້າງລາຍຮັບໝັ້ນຄົງໃຫ້ແກ່ປະຊາຊົນຈຳນວນຫຼາຍຮ້ອຍຄົນ ທັງເປັນການປະກອບສ່ວນເຂົ້າໃນງົບປະມານຂອງທ້ອງຖິ່ນໃຫ້ນັບມື້ສູງຂຶ້ນ.

ໂອກາດດຽວກັນນີ້, ທາງບໍລິສັດ ມິງລິງ ຍັງໄດ້ມອບເງິນຈຳນວນ 300 ລ້ານດົງ ໃຫ້ເມືອງວຽງໄຊ ແລະ ເມືອງຊຳເໜືອ ( ເມືອງລະ 150 ລ້ານດົງ ) ເພື່ອປະກອບສ່ວນເຂົ້າໃນການພັດທະນາ 2 ເມືອງດັ່ງກ່າວຕື່ມອີກ.

( ຂ່າວ: ງຸດ ວິໄລຄຳ )