ເປີດສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວ

69

ນັກທຸລະກິດຈີນ ໄດ້ເຊົ່າເນື້ອທີ່ 2 ເຮັກຕາ ໄລຍະ 20 ປີ ຢູ່ເຂດບ້ານສັງຄະໂລກ ນະຄອນຫຼວງພະບາງ ແຕ່ທ້າຍເດືອນກັນຍາ ປີ 2018 ເພື່ອສ້າງເປັນສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວ ໂດຍໄດ້ລົງມືກໍ່ສ້າງໃນວັນທີ 28 ມັງກອນ 2019 ໂດຍໃຊ້ເວລາພຽງແຕ່ 6 ເດືອນ ກໍສຳເລັດ ຕົກມາຮອດວັນທີ 14 ກໍລະກົດ 2019 ກໍໄດ້ມີພີທີເປີດຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ຜູ້ຕາງໜ້າຈາກກົງສຸນຈີນ ປະຈຳແຂວງຫຼວງພະບາງ, ທ່ານຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຫົວໜ້າຂະແໜງວັດທະນະທຳ ແລະ ແຂກຖືກເຊີນຈາກພະແນກການເຂົ້າຮ່ວມ.

ສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວແຫ່ງນີ້ ແມ່ນແບ່ງເປັນ 6 ເຂດ ຄື: ເຂດແນະນຳວັດທະນະທຳຊົນເຜົ່າ, ເຂດຕ້ອນຮັບແຂກຂອງຊົນເຜົ່າກຶມມຸ, ເຂດການສະແດງສິລະປະຂອງບັນດາຊົນເຜົ່າໃນລາວ, ເຂດສະແດງສິລະປະແບບພິເສດຂອງເຜົ່າກຶມມຸ, ເຂດການດຳລົງຊີວິດປະຈຳວັນຂອງຊົນເຜົ່າອາຄາ ແລະ ເຂດພັກຜ່ອນດື່ມນ້ຳຊາຕົ້ນຕຳລັບຂອງລາວ.

ທ່ານ ລີເວີນມິນ ເຈົ້າຂອງກິດຈະການ ໄດ້ກ່າວວ່າ: ການພັດທະນາສວນວັດທະນະທຳ ແລະ ປະເພນີເຜົ່າລາວ ແມ່ນການພັດທະນາໜຶ່ງແລວໜຶ່ງເສັ້ນທາງ ເພື່ອພັດທະນາການທ່ອງທ່ຽວ ເພາະນັບແຕ່ອະດີດມາເຖິງປັດຈຸບັນນັກທ່ອງທ່ຽວສາກົນແມ່ນມີຄວາມນິຍົມຊົມຊອບມາທ່ຽວປະເທດລາວຢ່າງຂະຫຍາຍຕົວ ໂດຍສະເພາະແມ່ນນະຄອນຫຼວງພະບາງ ກໍເປັນເມືອງທ່ອງທ່ຽວທີ່ສຳຄັນຂອງປະເທດລາວ ເປັນນະຄອນທີ່ມີແຫຼ່ງທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງ ເປັນຕົ້ນແມ່ນ: ຫໍພິພິທະພັນແຫ່ງຊາດ ຫຼວງພະບາງ, ພະທາດຈອມສີ, ວັດຊຽງທອງ, ນ້ຳຕົກຕາດກວາງຊີ ແລະ ອື່ນໆອີກຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍຕໍ່ກັບການສ້າງສວນວັດທະນະທຳ ແລະ ປະເພນີຊົນເຜົ່າລາວແຫ່ງນີ້ ເຊິ່ງເປັນສະຖານທີ່ທີ່ຈະດຶງດູດນັກທ່ອງທ່ຽວ, ສ້າງວຽກເຮັດງານທຳ ແລະ ເປັນການເຜີຍແຜ່ວັດທະນະທຳຂອງຊາດລາວເຮົາ ໃຫ້ນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມສາມາດສຶກສາໄດ້ຂໍ້ມູນ, ຮູ້ຈັກວິຖີຊີວິດຂອງບັນດາຊົນເຜົ່າໃນລາວ ແລະ ໄດ້ເນັ້ນໃຫ້ອຳນາດການປົກຄອງແຂວງ, ນະຄອນ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ປະຈຳແຂວງ ໃຫ້ເອົາໃຈໃສ່ໃກ້ຊິດຕິດແທດ ເພື່ອຊອກໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານ ທັງໃຫ້ສອດຄ່ອງກັບວັດທະນະທຳ ແລະ ປະເພນີຂອງຊົນເຜົ່າລາວຢ່າງແທ້ຈິງ.