ເປີດໂຮງໝໍ ບິວຕີ້ ເຄແອລວາຍ ສໍາລັບຜູ້ທີ່ມັກຄວາມສວຍງາມ

176

ໂຮງໝໍ ບິວຕີ້ ເຄແອລວາຍ ຈໍາກັດ ເປັນໂຮງໝໍເອກະຊົນໄທ ທີ່ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ ພາຍຫຼັງກະແສຕອບຮັບດີເກີນຄາດຈາກລູກຄ້າ ຈຶ່ງໄດ້ຍົກລະດັບຈາກຄລີນິກເປັນໂຮງໝໍທັນສະໄໝດ້ານການປິ່ນປົວ ແລະ ເສີມຄວາມງາມຄົບວົງຈອນ.

ທ່ານ ຄຳຄິດ ພອນທິບສະຫວັດ ປະທານທີ່ປຶກສາໂຮງໝໍ ບິວຕີ້ ເຄແອລວາຍ ຈໍາກັດ ກ່າວວ່າ: ນັບແຕ່ປີ 2017 ເປັນຕົ້ນມາພວກເຮົາເປີດເປັນຄລີນິກເສີມຄວາມງາມທຳມະດາ, ແຕ່ເມື່ອມີລູກຄ້າໃຊ້ບໍລິການເພີ່ມຂຶ້ນຈຶ່ງໄດ້ປະກອບເອກະສານຂໍສ້າງຕັ້ງເປັນໂຮງໝໍເສີມຄວາມງາມ ແລະ ປິ່ນປົວພະຍາດຜິວໜັງ, ຈົນຮອດເດືອນມີນາ 2018 ຈຶ່ງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ.

ໂຮງໝໍມີອາຄານ 2 ຫຼັງຕິດກັນ ຕຶກດ້ານໜ້າແມ່ນກ່ຽວກັບຄວາມງາມ ປະກອບມີ: ຫ້ອງກວດພະຍາດ 2 ຫ້ອງ, ຫ້ອງເລເຊີຕາມຊະນິດຕ່າງໆ 3 ຫ້ອງ, ຫ້ອງຜ່າຕັດເສີມຄວາມງາມ 1 ຫ້ອງ, ຫ້ອງພັກຟື້ນວີໄອພີ 4 ຫ້ອງ, ຫ້ອງລວມ 14 ຫ້ອງ, ຕຽງພັກຟື້ນ 6 ຕຽງ, ຕຽງຜ່າຕັດ 1 ຕຽງ ແລະ ຕຽງລວມ 18 ຕຽງ.

ສ່ວນຕຶກດ້ານຫຼັງແມ່ນເນັ້ນປິ່ນປົວພະຍາດຜິວໜັງທົ່ວໄປ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ປະກອບມີ: ຫ້ອງກວດພະຍາດ 2 ຫ້ອງ, ຫ້ອງຜ່າຕັດສະເພາະ 1 ຫ້ອງ, ຫ້ອງພັກຟື້ນວີໄອພີ 3 ຫ້ອງ, ຫ້ອງພັກຟື້ນລວມ 1 ຫ້ອງ ແລະ ຫ້ອງແລັບ 1 ຫ້ອງ. ທັງໝົດນີ້ເຮົາມີແພດຜູ້ຊ່ຽວຊານຈາກໄທ 8 ຄົນ ແລະ ໝໍຄົນລາວ 2 ຄົນ ທີ່ມີປະສົບການຫຼາຍກວ່າ 15 ປີ ພ້ອມດ້ວຍອຸປະກອນທີ່ທັນສະໄໝນໍາເຂົ້າຈາກຕ່າງປະເທດ.

ທ່ານ ທິຕິກອນ ແພດຊີບ ຮອງອໍານວຍການໂຮງໝໍ ບິວຕີ້ ເຄແອລວາຍ ສໍາພາດວ່າ: ໂຮງໝໍຂອງພວກເຮົາມີສາຂາຢູ່ຈັງຫວັດອຸດອນທານີ 3 ສາຂາ, ຈັງຫວັດໜອງຄາຍ 2 ສາຂາ ແລະ ຢູ່ນະຄອນຫຼວງວຽງຈັນ 2 ສາຂາ ຄື: ສາຂາບ້ານສະພັງໝໍ້ ແລະ ສາຂາສູນການຄ້າວິວມໍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງຈຸດເດັ່ນຂອງພວກເຮົາແມ່ນໃຫ້ຄໍາປຶກສາ ແລະ ຫາສາເຫດຂອງກໍລະນີກ່ອນຈຶ່ງເຂົ້າສູ່ການປິ່ນປົວ ດ້ວຍການນໍາໃຊ້ເຕັກໂນໂລຊີເຄື່ອງມືທາງການແພດທັນສະໄໝເຂົ້າຊ່ວຍ. ນັບແຕ່ເປີດບໍລິການມາຮອດປັດຈຸບັນເຫັນວ່າມີລູກຄ້າຄົນລາວທຸກເພດໄວເຂົ້າມາປຶກສາ ຫຼື ໃຊ້ບໍລິການສະເລ່ຍ 10 – 50 ຄົນຕໍ່ມື້ ເຊິ່ງການຍົກລະດັບຈາກຄລີນິກມາເປັນໂຮງໝໍ ລວມທັງການນໍາເຂົ້າອຸປະກອນຕ່າງໆ ຄິດເປັນມູນຄ່າລົງທຶນ 50 ລ້ານບາດ ຫຼື ປະມານ 13 ຕື້ກີບ.

ພິທີເປີດໂຮງໝໍ ບິວຕີ້ ເຄແອລວາຍ ຈໍາກັດ ຈັດຂຶ້ນໃນທ້າຍອາທິດຜ່ານມາທີ່ບ້ານສະພັງໝໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດເຂົ້າຮ່ວມຕັດແຖບຜ້າຂອງ ທ່ານ ຄຳຄິດ ພວງທິບສະຫວັດ ປະທານທີ່ປຶກສາ, ທ່ານ ນາງ ກັນລະຍາ ແພດຊີບ ຜູ້ອໍານວຍການ, ທ່ານ ທິຕິກອນ ແພດຊີບ ຮອງອໍານວຍການ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

[ ຂ່າວ: ທິບອຸສາ ]

( ຮູບ: ເຄແອລວາຍ )