ແຂວງວຽງຈັນ ວາງຄາດໝາຍລາຍຮັບຕໍ່ຫົວຄົນປີນີ້ ທີ່ 2.000 ໂດລາ

186

ແຂວງວຽງຈັນ ເປັນແຂວງໜຶ່ງທີ່ມີທ່າແຮງທາງດ້ານເສດຖະກິດ ທີ່ຈະນຳລາຍຮັບເຂົ້າສູ່ປະເທດ ແລະ ລາຍຮັບສ່ວນໃຫຍ່ກໍ່ສາມາດກະຈາຍໃຫ້ປະຊາຊົນທີ່ຢູ່ຕາມທ້ອງຖິ່ນຕ່າງໆ ທາງແຂວງຈິ່ງວາງຄາດໝາຍໄວ້ວ່າໝົດປີ 2019 ນີ້ຈະໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 2.000 ໂດລາ ຫຼື ປະມານ 16 ລ້ານກວ່າ ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 7 ພັນຕື້ກວ່າກີບ.

 

ในภาพอาจจะมี ท้องฟ้า, เมฆ, มหาสมุทร, สถานที่กลางแจ้ง, น้ำ และธรรมชาติ

 

ທ່ານ ຄຳພັນ ສິດທິດຳພາ ວ່າການເຈົ້າແຂວງໆວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີI ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 1 ສິງຫາ 2019 ນີ້ວ່າ: ໝົດປີ 2019 ຈະສືບຕໍ່ເອົາໃຈໃສ່ປະຕິບັດບັນດາທິດທາງ, ໜ້າທີ່ ແລະ ຄາດໝາຍຕ່າງໆທີ່ໄດ້ກຳນົດໄວ້ໃນແຜນການປີ 2019 ໃຫ້ບັນລຸຜົນ. ທັງນີ້, ເພື່ອແນໃສ່ສ້າງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຮັດໃຫ້ການພັດທະນາມີຄວາມໝັ້ນທ່ຽງ, ຍືນຍົງ ແລະ ຖືກຕາມທິດທາງ ພ້ອມນັ້ນ, ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 8,1/%, ສ້າງມູນຄ່າເພີ່ມໃຫ້ບັນລຸ 7.643 ຕື້ກີບ.

 

 

ໃນນັ້ນ, ຂົງເຂດກະສິກຳເພີ່ມຂຶ້ນ 4,3%, ກວມເອົາ 33,18%; ອຸດສາຫະກຳ-ການຄ້າເພີ່ມຂຶ້ນ 10,5%, ກວມເອົາ 33,56% ແລະ ການບໍລິການເພີ່ມຂຶ້ນ 11,5%, ກວມເອົາ 33,26% ຂອງ GDP; ສູ້ຊົນຜະລິດເຂົ້າລວມໝົດປີ 2019 ໃຫ້ໄດ້ເກືອບ 3 ແສນໂຕນ ເທົ່າກັບ 101ກວ່າ% ຂອງແຜນການ, ສະເລ່ຍເຂົ້າກິນຜູ້ໜຶ່ງໃຫ້ໄດ້ 644 ກິໂລຕໍ່ຄົນຕໍ່ປີ; ສູ້ຊົນໃຫ້ລວມຍອດການຜະລິດອຸດສາຫະກຳ ແລະ ຫັດຖະກຳໝົດປີໃຫ້ໄດ້ 2 ພັນຕື້ກວ່າກີບ ເທົ່າກັບ 100% ຂອງແຜນການ; ສູ້ຊົນມູນຄ່າສິນຄ້າສົ່ງອອກຕ່າງປະເທດໝົດປີໃຫ້ບັນລຸ 19 ລ້ານກວ່າໂດລາສະຫາລັດ; ມູນຄ່າສິນຄ້ານຳເຂົ້າທັງໝົດ 7 ລ້ານກວ່າໂດລາສະຫາລັດ; ສູ້ຊົນເກັບລາຍຮັບເຂົ້າງົບປະມານໝົດປີໃຫ້ໄດ້ 205 ຕື້ກວ່າກີບ ແລະ ຄາດຄະເນປະຕິບັດລາຍຈ່າຍໝົດປີໃຫ້ຢູ່ໃນລະດັບ 592 ຕື້ກວ່າກີບ.

 

 

ພ້ອມນັ້ນ, ສືບຕໍ່ຫັນພະນັກງານຫຼັກແຫຼ່ງ, ພະນັກງານວິຊາການລົງກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດ ແລະ ລົບລ້າງຄວາມທຸກຍາກ ໂດຍຈະສູ້ຊົນເຮັດໃຫ້ອັດຕາຄວາມທຸກຍາກຍັງເຫຼືອ 7 ບ້ານ 866 ຄອບຄົວ (ຫຼຸດລົງ 2 ບ້ານ 64 ຄອບຄົວ) ໝົດປີ 2019.

 

 

ທ່ານກ່າວຕື່ມວ່າ: ເພື່ອໃຫ້ບັນລຸໄດ້ຕາມເປົ້າໝາຍດັ່ງກ່າວນັ້ນ ແຂວງວຽງຈັນມີຄວາມຕ້ອງການທຶນພັດທະນາໃນທຸກຂົງເຂດວຽກງານທັງໝົດ 2.648 ຕື້ກວ່າກີບ. ໃນ 6 ເດືອນຕົ້ນປີສາມາດປະຕິບັດໄດ້ແລ້ວ 1.841 ຕື້ກວ່າກີບ ແລະ ຄາດຄະເນວ່າໃນ 6 ເດືອນທ້າຍປີຈະສາມາດປະຕິບັດໄດ້ຕື່ມອີກ 939 ຕື້ກວ່າກີບ, ລວມໝົດປີຈະໄດ້ປະມານ 2.780 ຕື້ກວ່າກີບ ເທົ່າກັບ 104 ກວ່າ% ຂອງແຜນການປີ.

 

 

 

ຂໍ້ມູນ: ແຂວງວຽງຈັນອອນລາຍ