ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ ໄດ້ຈັດງານ ນໍາສະເໜີ ຍຸດທະສາດ Toyota xEV ແລະ ລົດໄຟຟ້າ Plug-in Hybrid ໃນວັນທີ 17 ມັງກອນ 2024 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຂອງທ່ານ ມາຊາອາກິ ຄາວາບາຕາ ຜູ້ອຳນວຍການໃຫຍ່ ບໍລິສັດ ໂຕໂຢຕ້າ ລາວ ໂດຍມີ ຜູ້ຕາງໜ້າຈາກ ກົມຂົນສົ່ງ – ກະຊວງໂຍທາທິການ ແລະ ຂົນສົ່ງ,
ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສ່ວຍສາອາກອນ ກະຊວງການເງິນ, ກົມອາຊຽນ ກະຊວງການຕ່າງປະເທດ, ພະແນກຄຸ້ມຄອງພາຫະນະຂອງຫ້ອງວ່າການ ສຳນັກງານ ນາຍົກ ລັດຖະມົນຕີ ແລະ ຜູ້ຕາງໜ້າຈາກ ສະມາຄົມອຸດສາຫະກຳ ຍານພາຫະນະລາວ, ພ້ອມດ້ວຍບັນດາຕົວແທນຈຳໜ່າຍລົດໂຕໂຢຕ້າ ແລະ ບັນດາສື່ມວນຊົນ.
ງານດັ່ງກ່າວໄດ້ຈັດຂຶ້ນເພື່ອນຳສະເໜີຍຸດທະສາດ xEV ຂອງໂຕໂຢຕ້າໃນລາວ ແລະ ອະທິບາຍກ່ຽວກັບການນຳໃຊ້ລົດລະບົບ Plug-in Hybrid EV ໃຫ້ແກ່ ບັນດາຜູ້ເຂົ້າຮ່ວມ ແລະ ບໍລິສັດ ໂຕໂຢຕ້າ ລາວ ຍັງໄດ້ວາງສະແດງ ລົດລຸ້ນຕ່າງໆເພື່ອໃຫ້ເຫັນຕົວຈິງນໍາກັນ ເຊັ່ນ: Prius PHEV, RAV4 PHEV, Camry HEV, Corolla Cross HEV ແລະ Yaris Cross HEV.
ໂຕໂຢຕ້າລາວ ໄດ້ນຳສະເໜີເຖິງຄຸນລັກສະນະ ຂອງ ລົດລະບົບ Hybrid EV ເຊິ່ງເປັນລະບົບ ຂັບເຄື່ອນດ້ວຍນໍ້າມັນເຊື້ອໄຟ ແລະ ຜະລິດກະແສໄຟຟ້າດ້ວຍຕົນເອງ ໃນຂະນະຂັບຂີ່ ເພື່ອໃຫ້ລູກຄ້າສາມາດປະຢັດຄ່ານໍ້າມັນໄດ້ຫຼາຍກວ່າ ໂດຍບໍ່ຈໍາເປັນຕ້ອງມີການປ່ຽນແປງພຶດຕິກໍາການຂັບຂີ່ຂອງລູກຄ້າ ຫຼື ການປ່ຽນແປງພື້ນຖານໂຄງລ່າງ ເຊັ່ນ: ສະຖານີສາກ ຕ່າງໆ, ລົດລະບົບ Plug-in Hybrid EV ສາມາດຂັບຂີ່ ໄປໄດ້ໄກກວ່າ 70 ກິໂລແມັດ ໂດຍໃຊ້ພຽງແຕ່ໂໝດ EV
ເຊິ່ງສາມາດສາກແບັດ ດ້ວຍການສາກໄຟບ້ານ; ນອກຈາກນັ້ນ, ລົດລະບົບ Plug-in Hybrid EV ຍັງສາມາດນຳໃຊ້ເປັນໂໝດHEV ຫຼື Hybrid EV ເພື່ອໃຫ້ລູກຄ້າສາມາດຂັບຂີ່ລົດໃນໂໝດ HEV ເພື່ອໃຊ້ປະຈໍາວັນ ແລະ ບໍ່ຈໍາເປັນຕ້ອງກັງວົນເລື່ອງສະຖານີສາກໄຟໃນເວລາເດີນທາງໄກ.
ອີງຕາມຄວາມຮຽກຮ້ອງຕ້ອງການ ແລະ ຄວາມມັກໃນການນຳໃຊ້ ຂອງລູກຄ້າ, ໂຕໂຢຕ້າລາວ ມຸ່ງໝັ້ນທີ່ຈະ ນຳສະເໜີ ທາງເລືອກ ‘Mobility for All’ ໃຫ້ແກ່ປະຊາຊົນໃນລາວ ໂດຍ ການນຳສະເໜີ ບັນດາລົດລຸ້ນຕ່າງໆ ຂອງ ໂຕໂຢຕ້າ
ເຖິງແມ່ນ ວ່າ Prius PHEV ແລະ RAV4 PHEV ຍັງບໍ່ທັນໄດ້ນຳມາຈຳໜ່າຍໃນຕະຫຼາດລາວ, ແຕ່ໂຕໂຢຕ້າລາວ ໄດ້ນຳສະເໜີ ລົດລະບົບ Plug-in Hybrid EV ໃຫ້ແກ່ພາກລັດ ເພື່ອທົດລອງ ແລະ ສຶກສາຄວາມເປັນໄປໄດ້ໃນການນຳເອົາ ລົດລະບົບ Plug-in Hybrid EV ເຂົ້າມາໃຫ້ປະຊາຊົນລາວ ໄດ້ນຳໃຊ້ໃນອະນາຄົດ.