ໃນວັນທີ 15 ພຶດສະພາ 2023 ນີ້, ທີ່ພະແນກອຸດສາຫະກຳ ແລະການຄ້າ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນຫລາຍ ບຸດທິ ຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ມີພິທີແຕ່ງຕັ້ງຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າຄົນໃໝ່.
ໃນພິທີ, ທ່ານ ນາງ ເພັດດາວອນ ວາດສະຫງ່າ ຮອງຫົວຫນ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 14 ລົງວັນທີ 11 ພຶດສະພາ 2023 ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງເຊກອງ ສະບັບເລກທີ 09 ເມສາ 2023 ວ່າດ້ວຍການແຕ່ງຕັ້ງທ່ານ ນາງ ວິລະຄອນ ບັນທະເວີ ເປັນຄະນະພັກຮາກຖານ, ເປັນຮອງຫົວຫນ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ.
ໃນໂອກາດນີ້, ທ່ານ ບຸນຫລາຍ ບຸດທິ ໄດ້ມີຄໍາເຫັນວ່າ: ການປະກາດປັບປຸງກົງຈັກການຈັດຕັ້ງ ແມ່ນວຽກງານໜຶ່ງທີ່ມີຄວາມຫມາຍສໍາຄັນ ແລະ ເປັນວຽກປົກກະຕິໃນລະບົບການເມືອງ ກໍ່ຄືການນໍາພາ-ຊີ້ນໍາຂອງພັກ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຫນ້າທີ່ວຽກງານການເມືອງ, ຄວາມຮູ້ຄວາມສາມາດ ແລະ ຄວາມໄວ້ວາງໃຈຂອງສະມາຊິກພັກ-ພະນັກງານ.
ສະນັ້ນ, ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງເພີ່ມທະວີຄວາມເປັນແບບຢ່າງນໍາຫນ້າ, ນໍາພາ-ຊີ້ນໍາປະຕິບັດຫຫລັກການລວມສູນປະຊາທິປະໄຕຂອງພັກ, ເຮັດ ແລະ ປະຕິບັດຕາມມະຕິ, ເຕົ້າໂຮມຄວາມສາມັກຄີ, ແບ່ງຄວາມຮັບຜິດຊອບບົນພື້ນຖານຄວາມເອກະພາບໃນຫມູ່ຄະນະ ແລະ ຕິດພັນກັບຄວາມຮູ້ຄວາມສາມາດຕົວຈິງ ເພື່ອນໍາພາ-ຊີ້ນໍາວຽກງານໃຫ້ມີຜົນສໍາເລັດສູງຂຶ້ນ.