ໃນວັນທີ 5 ເມສາ 2023 ທີ່ພະແນກແຜນການ ແລະ ການລົງທຶນແຂວງຊຽງຂວາງ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນສ້າງສາງເກັບມ້ຽນສິນຄ້າໃນຮົ່ມ ແລະ ກາງແຈ້ງ, ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ເດີນທາງເຂົ້າ-ອອກ, ສ້າງສະຖານທີ່ຄ່ຽນຖ່າຍສິນຄ້າຂາເຂົ້າ-ຂາອອກ, ບໍລິການສິ່ງອຳນວຍຄວາມສະດວກຕ່າງໆ, ຕິດຕັ້ງ ແລະ ບໍລິການລະບົບຕູ້ສະແກນເນີສິນຄ້າຂາເຂົ້າ-ຂາອອກ ທີ່ທັນສະໄໝ ຢູ່ເຂດບ້ານດິນດຳ ເມືອງໜອງແຮດ ລະຫວ່າງແຂວງຊຽງຂວາງ ກັບ ບໍລິສັດພັດທະນານໍ້າກັ່ນ ຂາເຂົ້າ-ຂາອອກ ຈຳກັດ.
ໃນພິທີດັ່ງກ່າວ, ທ່ານ ອຸທັນ ໄຕລິດທີ ປະທານບໍລິສັດພັດທະນານໍ້າກັ່ນ ຂາເຂົ້າ-ຂາອອກ ຈຳກັດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງ ແລະ ເປົ້າໝາຍຂອງການສຶກສາສຳຫຼວດສະຖານທີ່ດັ່ງກ່າວໃຫ້ຜູ້ເຂົ້າຮ່ວມໄດ້ຮັບຊາບ, ຈາກນັ້ນທ່ານເຈົ້າແຂວງ ກໍໄດ້ມີຄຳເຫັນ ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ເຈດຈຳນົງ ແລະ ຈຸດປະສົງຂອງບໍລິສັດທີ່ໄດ້ນຳເອົາທຶນຮອນມາພັດທະນາແຂວງຊຽງຂວາງ ພ້ອມທັງເນັ້ນໃຫ້ບໍລິສັດ ແລະ ເມືອງໜອງແຮດ ກໍຄືພາກສ່ວນທີ່ກ່ຽວຂ້ອງຈົ່ງເອົາໃຈໃສ່ໃນການຮ່ວມມືກັນເພື່ອດຳເນີນການສຶກສາສຳຫຼວດເຖິງຄວາມເປັນໄປໄດ້ໃນການດຳເນີນການ.
,
ຈາກນັ້ນທັງ 2 ຝ່າຍ ກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຕາງໜ້າແຂວງຊຽງຂວາງ ເຊັນໂດຍແມ່ນ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ຝ່າຍ ບໍລິສັດເຊັນໂດຍ ທ່ານ ອຸທັນ ໄຕລິດທີ ປະທານບໍລິສັດພັດທະນານໍ້າກັ່ນ ຂາເຂົ້າ-ຂາອອກ ຈຳກັດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ, ມີ ທ່ານ ຕູ້ຢ່າ ຢົງວາ ເຈົ້າເມືອງເມືອງໜອງແຮດ, ມີຫົວໜ້າຮອງຫົວໜ້າພະແນກການກ່ຽວຂ້ອງ ແລະພະນັກງານຈາກບໍລິສັດເຂົ້າຮ່ວມ.
ທັງນີ້, ໂຄງການດັ່ງກ່າວຈະເລີ່ມດຳເນີນການສຳຫຼວດຫຼັງຈາກເຊັນບົດບັນທຶກຄວາມເຂົ້າໃຈເປັນຕົ້ນໄປ.