ວຽງຈັນ ຮາຟ ມາຣາທອນ ນາໆຊາດ 2023 ເພີ່ມເງິນລາງວັນຂຶ້ນ 1 ເທົ່າ, ກໍານົດ 4 ພັນຄົນ

92

ການແຂ່ງຂັນແລ່ນລາຍການ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ປະຈໍາປີ 2023 ກຽມຈັດຂຶ້ນໃນວັນທີ 26 ມີນາ 2023 ທີ່ນະຄອນຫຼວງວຽງຈັນ ພິເສດປີນີ້ເງິນລາງວັນຈະເພີິ່ມຂຶ້ນ 1 ເທົ່າ ເນື່ອງຈາກຝ່າຍຈັດການແຂ່ງຂັນຈະໂອນເງິນລາງວັນເມື່ອປີ 2020 ທີ່ບໍ່ໄດ້ຈັດ ເພາະໄດ້ຮັບຜົນກະທົບຈາກ ໂຄວິດ-19 ມາເພີ່ມໃສ່ເງິນລາງວັນໃນປີ 2023 ເງິນລາງວັນລວມ 140 ກວ່າລ້ານກີບ, ເຊິ່ງປັດຈຸບັນມີນັກກີລາມາສະໝັກ 2 ພັນກວ່າຄົນແລ້ວ ກໍານົດນັກກີລາເຂົ້າຮ່ວມ 4 ພັນຄົນ.

ເມື່ອວັນທີ 15 ມີນາ 2023 ທີ່ຫ້ອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິີທີຖະແຫຼງຂ່າວຈັດການແຂ່ງຂັນລາຍການດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສົມພູ ພົງສາ ຮອງປະທານ ຄະນະກໍາມະການໂອແລມປິກແຫ່ງຊາດລາວ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ, ທ່ານ ນາງ ວັນເພັງ ສຸດທິຈັກ ອໍານວຍການ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ແລະ ອໍານວຍການງານແລ່ນ ວຽງຈັນ ຮາຟ ມາຣາທອນ 2023, ທ່ານ ຄໍາປະສົງ ທອງສະໝຸດ ຕົວແທນຈາກບໍລິສັດ ເບຍລາວ ຈໍາກັດ ( ນໍ້າດື່ມຫົວເສືອ ) ແລະ ທ່ານ ມາຊາອາກິ ຄາວາບາຕະ ອໍານວຍການໃຫຍ່ ບໍລິສັດ ໂຕໂຢຕ້າ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດດັ່ງກ່າວ ທ່ານ ສິດທີໄຊ ສັກປະເສີດ ຮອງປະທານສະຫະພັນແລ່ນ-ລານແຫ່ງຊາດລາວ ກ່າວວ່າ: ສະຫະພັນແລ່ນ-ລານແຫ່ງຊາດລາວ ຮ່ວມກັບ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ກຽມຈັດງານແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ 2023 ຂຶ້ນໃນທ້າຍເດືອນມີນາ 2023 ເພື່ອເປັນການສ້າງຂະບວນການ, ສົ່ງເສີມການມີສຸຂະພາບທີ່ດີ, ສ້າງເວທີໃຫ້ກັບນັກແລ່ນລາຍ ໄດ້ເຄື່ອນໄຫວ ແລະ ພັດທະນາຕົວເອງ ເພື່ອກຽມໄປແຂ່ງຂັນລາຍລະດັບພາກພື້ນ ແລະ ສາກົນໃນອະນາຄົດ ພິເສດກໍຍັງເປັນການສົ່ງເສີມການທ່ອງທ່ຽວລາວ ພ້ອມທັງສ້າງໃຫ້ ນະຄອນຫຼວງວຽງຈັນ ມີການຈັດງານກີລາມວນຊົນໃນລະດັບສາກົນ.

ຂະນະທີ່ດຽວກັນ ທ່ານ ນາງ ວັນເພັງ ສຸດທິຈັກ ອໍານວຍການ ວິສະຫະກິດ ສ່ວນບຸກຄົນ ອີເວັ້ນຟໍກູດ ກ່າວວ່າ: ອີເວັ້ນຟໍກູດ ( Events for Good ) ໃນນາມຜູ້ຈັດງານມີຄວາມຮູ້ສຶກຕື່ນເຕັ້ນທີ່ຈະໄດ້ຈັດການແຂ່ງຂັນແລ່ນ ວຽງຈັນ ຮາຟ ມາຣາທອນ ນາໆຊາດ ຄັ້ງທີ 6 ທີ່ຈະຖືກຈັດຂຶ້ນໃນວັນທີ 26 ມີນາ 2023 ໂດຍເສັ້ນທາງແລ່ນເປັນເສັ້ນທາງທີ່ມີຄວາມເປັນເອກະລັກ, ແລ່ນຜ່ານຈຸດທ່ອງທ່ຽວສໍາຄັນຂອງ ນະຄອນຫຼວງວຽງຈັນ ເຊິ່ງເໝາະສໍາລັບນັກແລ່ນທັງພາຍໃນ, ຕ່າງປະເທດ ແລະ ທຸກເພດທຸກໄວ ເຊິ່ງປະກອບມີໄລຍະທາງ 21 ກິໂລແລັດ, 10 ກິໂລແມັດ ແລະ 5 ກິໂລແມັດ.

ທ່ານ ນາງ ວັນເພັງ ສຸດທິຈັກ ກ່າວອີກວ່າ: ສໍາລັບ ງານແລ່ນ ວຽງຈັນ ຮາຟ ມາຣາທອນ 2023 ປັດຈຸບັນມີນັກແລ່ນມາສະໝັກແລ້ວ 2 ພັນກວ່າຄົນ ເຊິ່ງຝ່າຍຈັດການກໍານົດໃນປີນີ້ຈະຮັບນັກແລ່ນ 4 ພັນຄົນ ເຊິ່ງຈະສືບຕໍ່ຮັບສະໝັກໄປຈົນເຖິງມື້ກ່ອນແຂ່ງຂັນ, ສ່ວນເງິນລາງວັນ ແມ່ນພວກເຮົາໄດ້ຕົກກັນກັນຄື ໂອນເອົາເງິນລາງວັນໃນປີ 2020 ທີ່ພວກເຮົາບໍ່ໄດ້ຈັດ ເນື່ອງຈາກໄດ້ຮັບຜົນກະທົບຈາກ ໂຄວິດ-19 ມາໃສ່ໃນປີນີ້ເຮັດໃຫ້ເງິນລາງວັນເພີ່ມຂຶ້ນ ຄູນ 2 ໂດຍເງິນລາງວັນລວມປີນີ້ແມ່ນ 144.000.000 ກີບ.
ຂ່າວ-ຮູບຈາກ: Larh Creators