ພິດເສດຖະກິດໂລກ ສົ່ງຜົນໃຫ້ການຈ້າງງານອາດຫຼຸດລົງ 1% ໃນປີນີ້

40

ສຳນັກຂ່າວຣອຍເຕີ ລາຍງານວ່າ: ອົງການແຮງງານສາກົນ ( ILO ) ເປີດເຜີຍວ່າ ການຈ້າງງານໃນທົ່ວໂລກ ຈະຫຼຸດລົງຢ່າງ 1% ໃນປີ 2023, ຕ່ຳກວ່າໃນປີ 2022 ທີ່ຫຼຸດລົງ 2% ເນື່ອງຈາກເສດຖະກິດຍັງຄົງປະເຊີນກັບຄວາມສ່ຽງຫຼາຍປະການ ທັງຈາກອັດຕາເງິນເຟີ້ສູງ ແລະ ນະໂຍບາຍການເງິນແບບເຄັ່ງຄັດ.

May be an image of 7 people, people standing and indoor

ອົງການແຮງງານສາກົນ ຄາດວ່າ: ອັດຕາການວ່າງງານທົ່ວໂລກຈະເພີ່ມຂຶ້ນປະມານ 3 ລ້ານຄົນໃນປີນີ້ ສູ່ລະດັບ 208 ລ້ານຄົນ ແລະ ອັດຕາເງິນເຟີ້ຈະບັນທອນອັດຕາຄ່າຈ້າງຫຼຸດລົງອີກ. ໃນຂະນະທີ່ສະພາວະການຈ້າງງານໃໝ່ ອາດສົ່ງຜົນກະທົບຕໍ່ຫຼາຍປະເທດ ເພາະແຕ່ລະປະເທດກຳລັງຟື້ນຕົວຈາກວິກິດເສດຖະກິດ ຫຼັງການແຜ່ລະບາດຂອງພະຍາດໂຄວິດ – 19.

May be an image of 1 person