ມາຮູູ້ຈັກກັບຜະລິດຕະພັນ ວີກາເຟຂີງດຳຫາຍາກ ມີຄຸນປະໂຫຍດຫຼາຍຢ່າງຕໍ່ຮ່າງກາຍ

97

ຖ້າເວົ້າເຖິງກາເຟ ບ້ານເຮົາກໍມີຫຼາກຫຼາຍຍີ່ຫຍໍ້, ຫຼາຍແບຣນ ທັງຂອງພາຍໃນ ແລະ ນຳເຂົ້າຈາກຕ່າງປະເທດ. ສະນັ້ນ, ມື້ນີ້ຈະພາທ່ານມາຮູ້ຈັກກັບ ວີກາເຟຂີງດຳທີ່ຫາຍາກ (VCAFE) ມີຄຸນປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງ, ເປັນສິນຄ້ານຳເຂົ້າຈາກຕ່າງປະເທດ ໂດຍບໍລິສັດ Volten International.

ທ່ານ ສຸກນິລັນ ສີອັກຄະສອນ ຮອງປະທານບໍລິສັດ Volten International ໃຫ້ສຳພາດວ່າ: ວີກາເຟ ເປັນຜະລິດຕະພັນທີ່ທາງບໍລິສັດຂອງພວກເຮົາ ນຳເຂົ້າຈາກປະເທດມາເລເຊຍ ໂດຍໄດ້ນຳເຂົ້າມາຈຳໜ່າຍໄດ້ພຽງ 4 ເດືອນ ແຕ່ໄດ້ຮັບກະແສຕອບຮັບການຕອບຮັບຈາກລູກຄ້າດີຫຼາຍ ເພາະເປັນກາເຟ ເພື່ອສຸຂະພາບ ຜ່ານການຮັບຮອງຈາກກະຊວງສາທາລະນະສຸກທັງກຳປູເຈຍ, ສປປ ລາວ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ໄດ້ຮັບລາງວັນ ເປັນສິນຄ້າ ເອັສເອັມອີ ລະດັບໂລກ ປີ 2021 ເປັນສິນຄ້ານິຍົມ ແລະ ຂາຍດີໃນຕະຫຼາດ. ປັດຈຸບັນຜະລິດພັນ ວີກາເຟ ແມ່ນມີສາຂາຈຳໜ່າຍຢູ່ນະຄອນຫຼວງວຽງຈັນ, ນະຄອນປາກເຊ ແລະ ກຳລັງຂະຫຍາຍໄປ ສະຫວັນນເຂດຕື່ມ.

ສ່ວນປະສົມ: ວີກາເຟ ແມ່ນກັ່ນຕອງພິເສດຈາກພືດຂີງດຳເປັນໂອສົດທີ່ຫາຍາກ, ປະສົມກັບກາເຟອາຣາບີກາຈາກບຣາຊິວທີ່ມີຄຸນນະພາບສູງ, ນຳໃຊ້ທາດຫວານນາໂນຈາກທຳມະຊາດ, ບໍ່ມີສານຕະກົວ, ຜ່ານຫ້ອງທົດລອງຢ່າງຖືກຕ້ອງ ແລະ ຮັບປະກັນຄວາມປອດໄພສູງ.

ຄຸນປະໂຫຍດ: ເສີມພະລັງານ, ມີຄວາມສົດຊື່ນ, ຮັກສາລະດັບນ້ຳຕານໃນເລືອດ, ລ້າງສານພິດ, ຫຼຸດປະລິມານໄຂມັນ, ເສີມລະບົບທາງເດີນຂອງເລືອດ ແລະ ອື່ນໆ. ຖ້າໃດສົນໃຈສາມາດສອບຖາມໄດ້ ທີ່ບໍລິສັດ ບໍລິສັດ Volten International ຕັ້ງຢູ່ບ້ານດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ