ໃນຕອນບ່າຍຂອງວັນທີ 22 ພະຈິກ 2022 ທີ່ສໍານັກງານໃຫຍ່, ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ, ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຜູ້ຖືຮຸ້ນສະໄໝວິສາມັນ ປະຈໍາປີ 2022 ໂດຍການເປັນປະທານຂອງ ທ່ານ ຄໍາສຸກ ສູນດາລາ ຮັກສາການປະທານສະພາບໍລິຫານ ທຄຕລ ພ້ອມດ້ວຍສະມາຊິກສະພາບໍລິຫານ ທຄຕລ, ມີຜູ້ຖືຮຸ້ນເຂົ້າຮ່ວມດ້ວຍຕົນເອງ ແລະ ມອບສິດຈຳນວນ 161 ທ່ານ, ເທົ່າກັບ 152.435.111 ຮຸ້ນ, ນັບທັງ 929.531 ຮຸ້ນ ທີ່ຖືກມອບສິດ, ບັນລຸອັດຕາສ່ວນ 73,384%;
ໃນນັ້ນ ຕາງໜ້າຜູ້ຖືຮຸ້ນລັດຖະບານໂດຍ ທ່ານ ປະສົມເພັດ ຄໍາຕັນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ, ຕາງໜ້າຄູ່ຮ່ວມຍຸດທະສາດ ໂດຍ ທ່ານ ສະເຕຟານ ອຽກແບັງ ຜູ້ອໍານວຍການທະນາຄານລາວຝຣັ່ງ ແລະ ມີຜູ້ຕາງໜ້າຈາກຕະຫຼາດຫຼັກຊັບລາວ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບເຂົ້າຮ່ວມຕິດຕາມກອງປະຊຸມຕາມລະບຽບການ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການດໍາເນີນງານຂອງ ທຄຕລ ໄລຍະ 9 ເດືອນ 2022 ເຫັນວ່າມີກໍາໄລຫຼັງອາກອນ 24,7 ຕື້ກີບ (ຕົວເລກກ່ອນການກວດສອບ), ນອກນັ້ນກອງປະຊຸມໄດ້ພິຈາລະນາຮັບຮອງ:
1) ບົດບັນທຶກກອງປະຊຸມຜູ້ຖືຮຸ້ນປະຈໍາປີ 2021.
2) ການແຕ່ງຕັ້ງສະມາຊິກສະພາບໍລິຫານ ທຄຕລ.
3) ການປັບປຸງນະໂຍບາຍນໍ້າມັນໃຫ້ ພະນັກງານ ທຄຕລ.
ໃນກອງປະຊຸມ ຜູ້ອໍານວຍການ ທຄຕລ ກໍ່ໄດ້ໃຫ້ຄວາມໝັ້ນໃຈຕໍ່ຜູ້ຖືຮຸ້ນ ທຄຕລ ວ່າຈະພະຍາຍາມສູ້ຊົນແກ້ໄຂບັນຫາຄົງຄ້າງຕ່າງໆ, ພະຍາຍາມສູ້ຊົນສ້າງຜົນກໍາໄລສູງສຸດໃນທ້າຍປີ 2022 ເພື່ອໃຫ້ມີເງິນປັນຜົນແກ່ຜູ້ຖືຮຸ້ນ ແລະ ກອງປະຊຸມໄດ້ດໍາເນີນໄປຢ່າງມີຜົນສໍາເລັດຢ່າງຈົບງາມ.
ຂ່າວ-ພາບ: ສັນຕິ