ສຳນັກຂ່າວຕ່າງປະເທດລາຍງານວ່າ ມາເລເຊຍ ໄດ້ກ້າວຂຶ້ນເປັນປະເທດທີ່ມີລາຍໄດ້ສູງແບບບໍ່ເປັນທາງການແລ້ວ ຫຼັງລາຍຮັບສະເລ່ຍ 13.268 ໂດລາຕໍ່ຄົນຕໍ່ປີ.
ລັດຖະບານມາເລເຊຍ ໄດ້ເປີດເຜີຍຕົວເລກລາຍໄດ້ສະເລ່ຍປະຊາກອນຕໍ່ຫົວຄົນ ( GDP Per Capita ) ປະຈຳປີ 2022 ເຊິ່ງອ້າງອີງຂໍ້ມູນຈາກກອງທຶນການເງິນລະຫວ່າງປະເທດ ( IMF ) ພົບວ່າ ປະຊາຊົນຊາວມາເລເຊຍ ມີລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນເປັນ 13.268 ໂດລາສະຫະລັດ ເມື່ອພິຈາລະນາຕາມກົດເກນຂອງທະນາຄານໂລກກ່ຽວກັບການຈັດກຸ່ມປະເທດຕາມສະຖານະລາຍໄດ້ນັ້ນ ສົ່ງຜົນໃຫ້ມາເລເຊຍ ກາຍເປັນປະເທດທີ່ມີລາຍໄດ້ສູງ ຫຼື High Income Nation ຢ່າງບໍ່ເປັນທາງການ.
ໃນປີ 2021 ຜ່ານມາ ລາຍຮັບສະເລ່ຍຂອງມາເລເຊຍ ຢູ່ທີ່ 11.399 ໂດລາຕໍ່ຄົນ ຈັດເປັນປະເທດທີ່ມີລາຍໄດ້ປານກາງ ເຖິງລາຍໄດ້ສູງ ຫຼື Middle to High Income Nation ແຕ່ໃນໄລຍະ 8 ເດືອນທຳອິດຂອງປີ 2022 ພົບວ່າ ລາຍໄດ້ສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນ 16,4% ຫຼາຍເປັນອັນດັບ 2 ຂອງອາຊຽນ ສູ່ລະດັບ 13.268 ໂດລາ.
ມາເລເຊຍ ເປັນໜຶ່ງໃນບັນດາປະເທດທີ່ມີການເປີດລະບົບເສດຖະກິດຫຼາຍທີ່ສຸດແຫ່ງໜຶ່ງຂອງໂລກ ດ້ວຍສັດສ່ວນການຄ້າ ຕໍ່ອັດຕາການຂະຫຍາຍຕົວດ້ານເສດຖະກິດ ຫຼື ຈີດີພີ ສູງເຖິງ 130% ນັບແຕ່ປີ 2010 ເປັນຕົ້ນມາ.
ການເປີດຕະຫຼາດການຄ້າ ແລະ ການລົງທຶນ ເປັນເຄື່ອງມືສຳຄັນໃຫ້ແກ່ລະບົບເສດຖະກິດຂອງມາເລເຊຍ ບໍ່ພຽງແຕ່ສ້າງວຽກເຮັດງານທຳໃຫ້ປະຊາຊົນເທົ່ານັ້ນ ແຕ່ຍັງສ້າງລາຍຮັບເພີ່ມສູງຂຶ້ນ, ປັດຈຸບັນການຈ້າງງານໃນ ມາເລເຊຍ ປະມານ 40% ຢູ່ໃນພາກການສົ່ງອອກ. ຂະນະທີ່ໄຕມາດ 2 ຂອງປີນີ້ ເສດຖະກິດມາເລເຊຍ ຂະຫຍາຍຕົວ 8,9%.