ຄວາມຕ້ອງການຄຳທົ່ວໂລກເພີ່ມຂຶ້ນ ດຶງລາຄາສູງຂຶ້ນ

194

ສະພາຄຳໂລກ ( WGC ) ເປີດເຜີຍໃນວັນທີ 28 ເມສາ 2022 ວ່າ ຄວາມຕ້ອງການຄຳທົ່ວໂລກເພີ່ມຂຶ້ນ 34% ສູ່ລະດັບ 1.234 ໂຕນ ໃນໄຕມາດ 1 ຂອງປີ 2022 ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເນື່ອງຈາກຄວາມບໍ່ແນ່ນອນຂອງເສດຖະກິດ ແລະ ບັນຫາການເມືອງລະດັບໂລກ ໄດ້ເຮັດໃຫ້ນັກລົງທຶນພາກັນຊື້ຄຳ ເຊິ່ງເປັນສິນຊັບທີ່ປອດໄພ.

No photo description available.

WGC ລະບຸວ່າ: ຄວາມວິຕົກກັງວົນກ່ຽວກັບອັດຕາເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຄວາມສ່ຽງດ້ານການເມືອງລະຫວ່າງປະເທດ ໄດ້ກາຍເປັນປັດໄຈຫຼັກເຮັດໃຫ້ນັກລົງທຶນພາກັນແຫ່ຊື້ຄຳ ແລະ ໄດ້ດຶງລາຄາຄຳເພີ່ມຂຶ້ນ ສະເລ່ຍ 5% ໃນໄຕມາດ 1 ຂອງປີ 2022 ເມື່ອທຽບກັບໄຕມາດສຸດທ້າຍຂອງປີຜ່ານມາ.

No photo description available.

ລາຍງານຂອງ WGC ລະບຸວ່າ: ປັດໄຈທີ່ເຮັດໃຫ້ນັກລົງທຶນເຂົ້າຊື້ຄຳຢ່າງຄຶກຄັກ ໃນໄຕມາດ 1/2022 ມີສາເຫດດັ່ງນີ້: ລາຄາຄຳເພີ່ມຂຶ້ນຢ່າງແຂງແຮງ, ຄວາມອ່ອນແອຂອງຕະຫຼາດຮຸ້ນ, ອັດຕາເງິນເຟີ້ເພີ່ມຂຶ້ນຢ່າງໄວວາ ແລະ ສະຖານະການການເມືອງລະຫວ່າງປະເທດບໍ່ອາດຄາດເດົາໄດ້ ເຊິ່ງປັດໄຈເຫຼົ່ານີ້ໄດ້ເຮັດໃຫ້ນັກລົງທຶນພາກັນຊື້ຄຳໄວ້ ເຖິງແມ່ນວ່າທະນາຄານກາງຂອງຫຼາຍປະເທດເລີ່ມປັບຂຶ້ນອັດຕາດອກເບ້ຍແລ້ວກໍຕາມ.