ຢູ່ນະຄອນຫຼວງກຽມພ້ອມ 8 ດ່ານ ແລະ 60 ປ້ອມໃນໄລຍະປີໃໝ່ລາວ ເນັ້ນຄວາມປອດໄພ

186

ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃນຊ່ວງບຸນປີໃໝ່ ທີ່ຈະມາເຖິງນີ້ ພະແນກຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ນໍາໃຊ້ກໍາລັງ 529 ຄົນ ເພື່ອປະຕິບັດໜ້າທີ່ເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົດຢູ່ນະຄອນ ຫລວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565 ເພື່ອແນໃສ່ປ້ອງກັນອຸບັດຕິເຫດທີ່ອາດຈະເກີດຂຶ້ນ.

ພັທ ຈັນທະບູນ ມະນີວົງ, ຮອງຫົວໜ້າຫ້ອງຕໍາຫລວດ, ຜູ້ຊີ້ນໍາວຽກງານຈະລາຈອນ, ພະແນກຄວບຄຸມກ້ອງວົງຈອນປິດ ແລະ ພະແນກມອດໄຟນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນຕອນເຊົ້າວັນທີ 11 ເມສາ 2022 ວ່າ: ເພື່ອເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກຢູ່ນະຄອນຫລວງວຽງຈັນ ໃນໄລຍະບຸນປີໃໝ່ລາວ ພສ 2565, ຫ້ອງຕໍາຫລວດ ໄດ້ມອບໃຫ້ພະແນກຕໍາຫລວດຈະລາຈອນນະ ຄອນຫລວງວຽງຈັນ ສົມທົບກັບຈະລາຈອນ 9 ຕົວເມືອງ ມີກໍາລັງທັງໝົດ 529 ຄົນ ລົງປະຈໍາຕັ້ງດ່ານຢູ່ບັນດາເສັ້ນທາງສໍາຄັນ ມີ 8 ດ່ານ, ຕາມວັດວາອາຮາມ 9 ຈຸດ ແລະ ປະຈໍາປ້ອງຍາມທັງ ໝົດ 60 ປ້ອມ.

ນອກຈາກນີ້ ໄດ້ແບ່ງອອກເປັນ 3 ຈຸ ເພື່ອສົມທົບກັບ 19 ສະຖານີ 1191 ຢູ່ໃນນະຄອນຫລວງວຽງຈັນ ເຄື່ອນໄຫວກວດກາລາດຕະເວນຢູ່ຕາມເສັ້ນທາງຕ່າງໆ ທັງກາງເວັນ ແລະ ກາງຄືນ ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວຢູ່ນະຄອນຫລວງວຽງຈັນ ປີນີ້ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ, ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສັນຈອນໄປ-ມາ ມີຄວາມສະດວກສະບາຍ.

ສໍາລັບເຈົ້າໜ້າທີ່ຕໍາຫລວດຈະລາຈອນນະຄອນຫລວງວຽງຈັນ ໄດ້ເລີ່ມປະຈໍາຢູ່ຈຸດຕ່າງໆ ຕາມການມອບໝາຍໃນລະຫວ່າງວັນທີ 11-17 ເມສານີ້ ເຊີ່ງ ພັທ ຈັນທະບູນ ມະນີວົງ ຮຽກຮ້ອງໃຫ້ຜູ້ນໍາໃຊ້ລົດໃຊ້ຖະໜົນພາຍໃນນະຄອນຫລວງວຽງຈັນ ເອົາໃຈໃສ່ປະຕິບັດຕາມກົດໝາຍຈະລາຈອນ ກໍຄື ລະບຽບການ ແລະ ການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ມີສະຕິທຸກຄົນໃນການຂັບຂີ່ ເພື່ອແນໃສ່ປ້ອງກັນສະພາບອຸບັດຕິເຫດທີ່ອາດຈະເກີດຂຶ້ນຕາມທ້ອງຖະໜົນໃນໄລຍະສະເຫລີມສະຫລອງຕ້ອນຮັບປີໃໝ່ລາວ ພສ 2565 ເຊີ່ງຈະນໍາໄປສູ່ການສູນເສຍຊີ ວິດ ແລະ ຊັບສິນຢ່າງຫລວງຫລາຍ.

ສໍາລັບອຸບັດຕິເຫດທີ່ເກີດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ນັບແຕ່ວັນທີ 14-16 ເມສາ 2021 ຜ່ານມາ ມີທັງໝົດ 18 ກໍລະນີ, ມີຜູ້ເສຍຊີວິດຈຳນວນ 8 ຄົນ, ຍິງ 1 ຄົນ, ເມືອງທີ່ເກີດຫຼາຍກວ່າໝູ່ແມ່ນ ເມືອງສີໂຄດຕະບອງ ແລະ ເມືອງໄຊທານີ, ເກີດຂຶ້ນເມືອງລະ 5 ກໍລະ ນີ.
ຈາກ: Lao National Radio