ກ່ອນອື່ນ ຊົມເຊີຍວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີຢ່າງສຸດໃຈ! ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ ປີ 1955, ມາຮອດມື້ນີ້ (22.3.22) ແມ່ນຄົບຮອບ 67 ປີ ພໍດີ. ນັບແຕ່ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເພື່ອເປັນແກນໃນການນໍາພາ-ຊີ້ນຳປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກແຫລ່ງຕີນມືປະຕິການຢ່າງດຸເດືອດຂ້ຽວຂາດ, ທໍລະຫົດອົດທົນ ແລະ ເຕັມໄປດ້ວຍຄວາມເສຍສະຫລະທີ່ສຸດ ແລະ ກໍ່ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລ້ວສະຖາປະນາລະບອບໃໝ່ ລະບອບປະຊາທິປະໄຕປະຊາຊົນຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາປີ 1975.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ພັກເຮົາໄດ້ສືບຕໍ່ນຳພາປວງຊົນລາວທັງຊາດດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດ້ວຍການວາງແນວທາງນະ ໂຍບາຍໃນການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ເລື້ອຍມາ. ໂດຍໃນປີ 1986 ເປັນຕົ້ນມາ ເຮັດໃຫ້ການພັດທະນາປະເທດຊາດນັບມື້ມີຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າ, ໃນນີ້ ຜົນສຳເລັດອັນສຳຄັນ ແມ່ນຄວາມເປັນເອກະລາດ, ອຳນາດປະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະ ເທດຊາດ ໄດ້ຮັບການປົກປັກຮັກສາໄວ້ໄດ້ຢ່າງໝັ້ນຄົງ.
ລະບອບປະຊາທິປະໄຕ ປະຊາຊົນ ມີສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ເສດ ຖະກິດແຫ່ງຊາດ ນັບມື້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຈົນເຖິງປັດຈຸບັນ. ປີ 2021 ຜ່ານມາ ເຖີງວ່າປະສົບກັບການລະບາດຂອງພະຍາດໂຄວິດ-19 ແລະ ຄວາມຫຍຸ້ງຍາກຕ່າງໆ ທີ່ເກີດຂຶ້ນທັງຢູ່ພາຍໃນ ແລະ ຕ່າງປະເທດ ແຕ່ເສດຖະກິດຂອງປະເທດຂະຫຍາຍຕົວບໍ່ຫລຸດ 3 ສ່ວນຮ້ອຍ, ຂະນະທີ່ຊີວິດການເປັນຢູ່ຂອງປວງຊົນລາວບັນດາເຜົ່າໄດ້ຮັບການປັບປຸງ ແລະ ຍົກສູງຂື້ນລື່ນແຕ່ກ່ອນຢ່າງຈະແຈ້ງ ເຮັດໃຫ້ອັດຕາຄວາມທຸກຍາກຫລຸດລົງ, ສ່ວນການພັດທະນາພື້ນ ຖານໂຄງລ່າງເສດຖະ ກິດ- ສັງຄົມ ໄດ້ມີບາດກ້າວທະລຸຢ່າງບໍ່ເຄີຍມີມາກ່ອນ ບໍ່ວ່າຢູ່ໃນຕົວເມືອງ ກໍຄື ຊົນນະບົດ ເຮັດໃຫ້ປະເທດເຮົາມີຄວາມສີວິໄລກ້າວໜ້າໃນທຸກວັນນີ້.