ອ່ານເລີຍ 3 ຂັ້ນຕອນການນໍາເຂົ້ານັກທ່ອງທ່ຽວ ມາໃນເຂດທ່ອງທ່ຽວສີຂຽວ

301

ສປປລາວ ປະກາດເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວ ໃນໄລຍະທີ 1 ເລີ່ມ 1 ມັງກອນ 2022 ກຳນົດ 17 ປະເທດ ໂດຍມີ 3 ເຂດທ່ອງທ່ຽວຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆ ຂອງເເຂວງ ຫຼວງພະບາງ ແລະ ເມືອງ ວັງວຽງ ແຂວງ ວຽງຈັນ.

ໃນວັນທີ 17 ທັນວາ 2021 ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ກະຊວງ ສາທາລະນະສຸກ ໄດ້ຈັດພິທີຖະແຫຼງຂ່າວ ກ່ຽວກັບ ເປີດການຕ້ອນຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນເຂດທ່ອງທ່ຽວສີຂຽວຂຶ້ນ ໂດຍການຖະແຫຼງຂອງທ່ານ ນາງ ສວນສະຫວັນ ວິຍາເກດ ລັດຖະມົນຕີ ຖວທ ແລະ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ພ້ອມດ້ວຍບັນດາ ຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການເປີດຕ້ອນຮັບນັກທ່ອງທ່ຽວ ໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1: ເລີ່ມແຕ່ວັນທີ 01 ມັງກອນ ຫາວັນທີ 30 ມີນາ 2022; ໄລຍະທີ 2 ເລີ່ມແຕ່ວັນທີ 01 ເມສາ ຫາວັນທີ 30 ມິຖຸນາ 2022 ແລະ ໄລຍະທີ 3 ເລີ່ມແຕ່ວັນທີ 01 ກໍລະກົດ 2022 ເປັນຕົ້ນໄປ.

ສຳລັບຂັ້ນຕອນການນໍາເຂົ້ານັກທ່ອງທ່ຽວ ມາໃນເຂດທ່ອງທ່ຽວສີຂຽວມີດັ່ງນີ້ 1. ບໍລິສັດທ່ອງທ່ຽວຢູ່ ສປປ ລາວ ກຽມສໍານວນເອກະສານຂໍອະນຸຍາດຊຶ່ງປະກອບມີ: ຫນັງສືສະເໜີຂອງບໍລິສັດ, ລາຍການທ່ອງທ່ຽວ, ສໍາເນົາຫນັງສືເດີນທາງ, ໃບຈອງໂຮງແຮມ, ສໍາເນົາໃບຢັ້ງຢືນສັກວັກຊີນ ແລະ ສໍາເນົາເອກະສານປະກັນໄພ;

2. ຍືນສໍານວນເອກະສານທັງຫມົດເຖິງກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼັງຈາກກົມຄຸ້ມຄອງການທ່ອງທ່ຽວກວດກາເອກະສານຄົບຖ້ວນແລ້ວ ສົ່ງໃຫ້ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ເພື່ອອອກອະນຸມັດການນໍາເຂົ້ານັກທ່ອງທ່ຽວ;

3. ບໍລິສັດ ແລະ ຜູ້ປະກອບການທີ່ຈະເຂົ້າຮ່ວມໃນໂຄງການ ເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທອງທ່ຽວສີຂຽວໃຫ້ລົງທະບຽນ ແລະ ສົ່ງລາຍຊື່ໃຫ້ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ.


ສຳລັບເງື່ອນໄຂຂອງຜູ້ປະກອບການທີ່ຈະເຂົ້າຮ່ວມຕ້ອນຮັບນັກທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວມີ:1)ປະຊາກອນທີ່ຢູ່ພາຍໃນແຂວງທີ່ຈະຕ້ອນຮັບນັກທ່ອງທ່ຽວໄລຍະທີ 1 ຕ້ອງໄດ້ຮັບການສັກຢາວັກຊີນຄົບໂດສ ຫຼາຍກວ່າ 70% ຂຶ້ນໄປ; 2)ສຳລັບພະນັກງານນຳທ່ຽວ, ພະນັກງານຂັບລົດ ແລະ ຜູ້ບໍລິການບັນດາສະຖານທີ່ທ່ອງທ່ຽວຕ່າງໆເຊັ່ນ: ໂຮງແຮມ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ໃນເຂດທ່ອງທ່ຽວສີຂຽວຕ້ອງໄດ້ຮັບການສັກຢາວັກຊີນຄົບໂດສ 95% ຂຶ້ນໄປ;

3) ບັນດາສະຖານທີ່ບໍລິການທ່ອງທ່ຽວຕ່າງໆໃນເຂດທ່ອງທ່ຽວສີຂຽວ ຕ້ອງໄດ້ປັບປຸງສະຖານທີ່ບໍລິການກະກຽມອຸປະກອນຮັບໃຊ້ພ້ອມທັງໄດ້ຮັບການຝຶກອົບຮົມ,ມາດຕະຖານ (LaoSafe)ໃຫ້ພະນັກງານບໍລິການພ້ອມທັງໄດ້ຮັບການປະເມີນ ແລະ ຢັ້ງຢືນ (LaoSafe) ຈຶ່ງສາມາດບໍລິການໃນເຂດທ່ອງທ່ຽວສີຂຽວໄດ້.