ຄວາມຝັນເລື່ອນຊັ້ນຂອງ ສຸກອາພອນ ກັບ ອຸດອນທານີ ໃກ້ເປັນຈິງມີຄະແນນເທົ່າອັນດັບ 2 ໃນໄທລີກ2

683

ຄວາມຝັນຂອງ ສຸກອາພອນ ວົງຈຽງຄໍາ ກອງກາງຊາວລາວ ພາ ອຸດອນທານີ ເອັຟຊີ ສະໂມສອນໃນໄທລີກ 2 ເລື່ອນຊັ້ນສູ່ລີກສູງສຸດຂອງປະເທດໄທ ໃກ້ເປັນຈິງ ຫຼັງຈາກຫຼ້າສຸດຍິງ 1 ປະຕູຊ່ວຍໃຫ້ກັບ ອຸດອນທານີ ເອັຟຊີ ບຸກຖະຫຼົ່ມ ຄາສຕອມ ລາດກຣະບັງ ຢູໄນເຕັດ ( Customs Ladkrabang United ) ໄປຂາດລອຍ 9-3 ໃນການແຂ່ງຂັນໄທລີກ 2 ເມື່ອວັນທີ 17 ພະຈິກ 2021.

ນັດດັ່ງກ່າວ ເປັນການແຂ່ງຂັນນັດທີ 14 ຂອງລະດູການ ເຊິ່ງກ່ອນໜ້ານີ້ ສຸກອາພອນ ກອງໜ້າທີມຊາດລາວ ໄດ້ລົງສະໜາມໃນຖານະຕົວຈິງເຖິງ 12 ນັດ ( ຍົກເວັ້ນ 1 ນັດທີ່ຖືກໂທດຈາກໃບເຫຼື້ອງ ) ແລະ ສ້າງຜົນງານຢ່າງໂດດເດັ່ນຍິງໄປແລ້ວ 2 ປະຕູ ຈົນຫຼ້າສຸດວັນທີ 17 ພະຈິກ 2021 ສຸກອາພອນ ຍິງອີກ 1 ປະຕູ ແລະ ເປັນປະຕູຕ໊ອກຢໍ້າໄຊຊະນະໃຫ້ກັບ ອຸດອນທານີ ເອົາຊະນະ ຄາສຕອມ ລາດກຣະບັງ ຢູໄນເຕັດ ໄປແບບບໍ່ເຫັນຝຸ່ນ 9-3.

ຈາກຜົນດັ່ງກ່າວ ເຮັດໃຫ້ ສຸກອາພອນ ລົງແຂ່ງຂັນໃຫ້ກັບ ອຸດອນທານີ ເອັຟຊີ ລະດູການນີ້ໄປແລ້ວ 13 ນັດ ແລະ ຍິງໄດ້ 3 ປະຕູ ເຊິ່ງເປັນຟອມທີ່ໜ້າປະທັບໃຈທີ່ສຸດ. ນອກນັ້ນ, ຍັງເຮັດໃຫ້ຄວາມຫວັງຂອງຕົວເອງທີ່ຈະພາທີມເລື່ອນຊັ້ນສູ່ລີກສູງສຸດຂອງປະເທດໄທ ກໍເຂົ້າໃກ້ຄວາມເປັນຈິງ ເພາະປັດຈຸບັນທີມມີ 28 ຄະແນນຢູ່ອັນດັບ 3 ຂອງຕາຕະລາງຄະແນນລວມ ໂດຍມີຄະແນນເທົ່າກັບອັນດັບ 2 ຢ່າງ ສຸໂຂໄທ ຕ່າງແຕ່ປະຕູໄດ້ເສຍເລັກໜ້ອຍ ໂດຍຕາມຫຼັງທີມນໍາຢ່າງ ຕຣາດ ເອັຟຊີ ຢູ່ 10 ຄະແນນຈາການລົງແຂ່ງຂັນ 14 ນັດເທົ່າກັນ ເຊິ່ງໄທລີກ 2 ຈະຄັດເອົາອັນດັບ 1 ແລະ 2 ເລື່ອນຊັ້ນສູ່ລີກສູງສຸດ, ສ່ວນອັນດັບ 3 ເຖິງອັນດັບ 6 ຂອງຕາຕະລາງຄະແນນລວມຈະໄປແຂ່ງຂັນຮບເພລອ໊ອຟຕໍ່.

ສຸກອາພອນ ເປີດເຜີຍກັບທີມຂ່າວເສດຖະກິດ-ການຄ້າ ວ່າ: ປີນີ້ຖືເປັນອີກປີທີ່ໂດດເດັ່ນ ແລະ ໄດ້ໂອກາດຫຼິ້ນໃຫ້ກັບ ອຸດອນທານີ ເອັຟຊີ ລົງແຂ່ງຂັນເປັນຕົວຈິງເຖິງ 13 ນັດ ຍົກເວັ້ນ 1 ນັດທີ່ຖືກລົງໂທດຈາກໃບເຫຼືອງ ແລະ ນັດຫຼ້າສຸດກໍສາມາດຍິງປະຕູໄດ້ອີກຄັ້ງ ເຊິ່ງເປັນປະຕູທີ 3 ໃຫ້ກັບ ອຸດອນທານີ, ແນ່ນອນເປົ້າໝາຍແມ່ນຫວັງເລິກໆຢາກພາທີມສ້າງປະຫວັດສາດເລື່ອນຊັ້ນ ແຕ່ກໍຕ້ອງເບິ່ງໄປໃນຮອບຂາໄປກັນກ່ອນ.

ສ່ວນອີກໜຶ່ງພາລະກິດຂອງ ສຸກອາພອນ ຄືການຮັບໃຊ້ທີມຊາດລາວ ຊຸດໃຫຍ່ ລຸຍການແຂ່ງຂັນບານເຕະຊີງແຊັມອາຊຽນ ຫຼື AFF SUZUKI CUP 2020 ທີ່ປະເທດສິງກະໂປ ລະຫວ່າງວັນທີ 5 ທັນວາ 2021 – ວັນທີ 1 ມັງກອນ 2022 ເຊິ່ງ ສຸກອາພອນ ມີຊື່ໃນທີມຊາດແນ່ນອນແລ້ວ ເຫຼືືອພຽງຮັບໃຊ້ຕົ້ນສັງກັດຈົບຮອບຂາໄປໃນໄທລີກ 2 ກໍຈະອອກເດີນທາງໄປສົມທັບກັບທີມຊາດລາວ ທັນທີ.

ຂ່າວ: ຫຼ້າ MKP; ຮູບ: Udonthani FC