ເສຍຊີວິດມື້ນີ້ 5 ຄົນ, ພົບຜູ້ຕິດເຊື້ອໂຄວິດ 19 ໃໝ່ 826 ຄົນ

331

ສະຖານະການໂຄວິດ 19 ມື້ນີ້ 15 ພະຈິກ 2021 ຍັງໜ້າຫ່ວງ ເສຍຊີວິດມື້ນີ້ 5 ຄົນ, ພົບຜູ້ຕິດເຊື້ອໃໝ່ 826 ຄົນ, ນໍາເຂົ້າ 1 ຄົນ, ຕິດເຊື້ອພາຍໃນ 825 ຄົນ, ໃນນັ້ນນະຄອນຫຼວງວຽງຈັນ 292 ຄົນ, ຫຼວງພະບາງ 146 ຄົນ ແລະ ແຂວງວຽງຈັນ ມີ 140 ຄົນ.


ທ່ານ ດຣ ສີສະຫວາດ ສຸທານີລະໄຊ ຮອງຫົວໜ້າກົມຄອບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າ ວັນທີ 14 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 4,941 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 826 ຄົນ (ຕິດເຊື້ອພາຍໃນ ມີ 825 ຄົນ ແລະ ຕິດເຊື້ອນໍາເຂົ້າ 1 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 825 ຄົນ ຈາກ 17 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 292 ຄົນ ມາຈາກ 105 ບ້ານ, ໃນ 8 ເມືອງ ຈາກ ເມືອງຈັນທະບູລີ ມີ 15 ບ້ານ (37 ຄົນ), ເມືອງສີໂຄດຕະບອງ ມີ 21 ບ້ານ (44 ຄົນ), ເມືອງໄຊເສດຖາ ມີ 24 ບ້ານ (57 ຄົນ), ເມືອງສີສັດຕະນາກມີ 10 ບ້ານ (17 ຄົນ), ເມືອງ ນາຊາຍທອງ ມີ 03 ບ້ານ (04 ຄົນ), ເມືອງໄຊທານີ ມີ 21 ບ້ານ (104 ຄົນ), ເມືອງຫາດຊາຍຟອງ ມີ 10 ບ້ານ (17 ຄົນ), ເມືອງ ສັງທອງ ມີ 01 ບ້ານ ( 01 ຄົນ), ຕ່າງແຂວງ (01 ຄົນ) ມາຈາກແຂວງ ວຽງຈັນ ແລະ ຍັງສືບຕໍ່ເອົາຂໍ້ມູນ 11 ຄົນ


ສໍາລັບຕ່າງແຂວງ ແຂວງ ຫຼວງພະບາງ ມີ 146 ຄົນ, ແຂວງວຽງຈັນ ມີ 140 ຄົນ, ຫຼວງນ້ຳທາ ມີ 18 ຄົນ ໃນ 9 ບ້ານ ແລະ 3 ເມືອງ, ຜົ້ງສາລີ ມີ 11 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ໄຊຍະບູລີ ມີ 30 ຄົນ ໃນ 12 ບ້ານ ແລະ 1 ເມືອງ, ຈຳປາສັກ ມີ 48 ຄົນ ໃນ 26 ບ້ານ ແລະ 6 ເມືອງ, ອຸດົມໄຊ ມີ 17 ຄົນ ໃນ 7 ບ້ານ ແລະ 1 ເມືອງ


ເຊກອງ ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍລິຄຳໄຊ ມີ 8 ຄົນ ໃນ 4 ບ້ານ ແລະ 2 ເມືອງ, ຄຳມ່ວນ ມີ 9 ຄົນ ໃນ 5 ບ້ານ ແລະ 2 ເມືອງ, ສະຫວັນນະເຂດ ມີ 13 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍ່ແກ້ວ ມີ 58 ຄົນ ໃນ 13 ບ້ານ ແລະ 2 ເມືອງສາລະວັນ ມີ 20 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ຫົວພັນ ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ


ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 01 ຄົນ ຈາກ ນະຄອນຫຼວງວຽງຈັນ 1 ຄົນ, ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.

ມາຮອດວັນທີ 15 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 55.018 ຄົນ, ເສຍຊີວິດສະສົມ 104 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 483 ຄົນ, ກໍາລັງປິ່ນປົວ 10.158 ຄົນ.