ລາຍລະອຽດຜູ້ເສຍຊີວິດໃໝ່ ກໍລະນີທີ 82 ເປັນແມ່ນຕູ້ໄວ 78 ປີ R.I.P

338

ທ່ານ ດຣ. ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວ່າມາຮອດວັນທີ 7 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 47.056 ຄົນ, ເສຍຊີວິດສະສົມ 82 ຄົນ (ໃໝ່ 1), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 754 ຄົນ, ກໍາລັງປິ່ນປົວ ຄົນ.


ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ກໍລະນີ 82 ມີດັ່ງນີ້:
ຜູ້ທີ 1 ເພດຍິງ, ອາຍຸ 78 ປີ, ອາຊີບ ຜູ້ເຖົ້າ, ບ້ານດົງປ່າແຫລບ, ເມືອງຈັນທະບູລີ, ນະຄອນຫລວງ.
ວັນທີ 21 ຕຸລາ 2021 ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19


ວັນທີ 22 ຕຸລາ 2021 ຜົນກວດແມ່ນພົບເຊື້ອ ແລະ ໄດ້ໄປກັກໂຕຢູ່ສູນລ້ານຊ້າງ
ວັນທີ 23 ຕຸລາ 2021 ຜູ້ກ່ຽວມີອາການໄອ, ມີຂີ້ສະເຫລດ, ຖ່າຍເປັນນໍ້າ, ມີຮາກ, ເຈັບແຫນ້ນຫນ້າເອິກເວລາທີ່ໄອຫລາຍ ແລ້ວ ຈຶ່ງຍ້າຍມາຕິດຕາມຢູ່ໂຮງໝໍມິດຕະພາບ


ພະຍາດປະຈຳຕົວ: ໄຂ່ຫລັງຊຸດໂຊມ ໄດ້ 5 ປີ ແຕ່ບໍ່ເຄີຍຟອກ ແລະ ເປັນຄວາມດັນເລືອດສູງ ກິນຢາປະຈຳ ຍັງບໍ່ໄດ້ສັກຢາວັກຊີນ
ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍ ແມ່ນແຕ່ວັນທີ 23 ຕຸລາ – 06 ພະຈິກ 2021, ເປັນເວລາ 15 ວັນ ຮອດເວລາ 06:30 ໂມງຂອງວັນທີ 06 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.