ການແຂ່ງຂັນບານເຕະຍູຟາ ແຊ້ມປ້ຽນລີກ 2021-2022ຮອບແບ່ງກຸ່ມ ກຸ່ມດີ ນັດທີສາມ ຊັກຕາ ໂດເນັດ ທີມດັງແຫ່ງອູແກຣນ ຫລື ຢູເຄຣນ ເປີດບ້ານ ຮັບການມາຢາມຂອງ ເຣອັລ ມາດຣິດ ຍັກໃຫຍ່ຈາກແອັດສະປາຍຫລືສະເປນ
ຄັ້ງນີ້ເຈົ້າຖິ່ນໃຊ້ແຜນ 4-2-3-1 ເຕເຕ້, ເປດຣິນໃຫຍ່, ເມນໍ ຊາໂລມອນ ແລະ ເຟນັນໂດ້ ເປັນສີ່ປະສານໃນແນວບຸກ. ດ້ານທີມຢາມມາໃນລະບົບ 4-3-3 ໂທນີໂຄຣສ ຄຸມແດນກາງ ວິນິຊິອຸສ ຈູເນຍ, ໂຣດຣິໂກ ແລະ ຄາຣິມ ເບນເຊມາ ລ່າຕາຂ່າຍ.
ຜົນການແຂ່ງຂັນປະກົດວ່າ ຂຸນພົນລາຊັນຊຸດຂາວ ເປັນຝ່າຍບຸກມາຊະນະແບບຂາດລອຍ 5-0 ໂດຍໄດ້ປະຕູຈາກ ເຊີເກ ຄຣິຟຊອຟ ຍິງເຂົ້າປະຕູຕົວເອງໃນນາທີທີ 37, ວິນິຊິອຸສ ຈູເນຍ ຍິງສອງລູກໃນນາທີ 51 ກັບ 56, ໂຣດຣີໂກ ນາທີ 65 ແລະ ຍັງປິດທ້າຍອີກຈາກ ຄາຣິມ ເບນເຊມາ ໃນນາທີ 90+1
ຈາກໄຊຊະນະໃນນັດດັ່ງກ່າວນີ້ ເຮັດໃຫ້ ເຣອັລ ມາດຣິດ ມີເພີ່ມອີກເປັນ 6 ຄະແນນ ເຊິ່ງວ່າເທົ່າກັບ ເອຟຊີ ເຊິຣິຟ ຈາກມອລໂດວາ ສ່ວນວ່າ ຊັກຕາ ໂດເນັດ ມີ1ຄະແນນ 1 ເທົ່າເດີມ.