ເມສຊີ ຄວ້າລາງວັນບັນລົງ ດໍ 2023 ແລະ ເປັນນັກເຕະທີ່ຄວ້າລາງວັນນີ້ຫຼາຍທີ່ສຸດ 8 ສະໄໝ

54

ລິໂອເນລ ເມສຊີ ກອງໜ້າຊາວອາກຊັງຕິນຈາກສະໂມສອນ ອິນເຕີ ໄມອາມີ ກາຍເປັນນັກເຕະທີ່ຄວ້າລາງວັນ ບັງລົງ ດໍ ໄດ້ຫຼາຍທີ່ສຸດເຖິງ 8 ສະໄໝ ຫຼັງຈາກທີ່ໄດ້ຮັບເລືອກໃຫ້ຄວ້າລາງວັນດັ່ງກ່າວປະຈໍາປີ 2023 ຈາກການຈັດຂອງວາລະສານ ຟຣ໊ອງຊ໌ ຟຸດບອລ ເມື່ອວັນທີ 30 ຕຸລາ 2023 ຈາກຜົນງານທີ່ພາ ທີມຊາດອາກຊັງຕິນ ຄວ້າແຊັມບານໂລກ 2022 ທີ່ປະເທດກາຕ້າ.

ເມສຊີ ໄດ້ຮັບການໂຫວດເອົາຊະນະ 2 ຄູ່ແຂ່ງສໍາຄັນຢ່າງ ເອີລິງ ຮາແລນ ແລະ ຄີລິຢັນ ເອັມບັບເປ ທັງນີ້ຍັງເປັນການຄວ້າລາງວັນ ບັນລົງ ດໍ ສະໄໝທີ 8 ຄື: 2009, 2010, 2011, 2012, 2015, 2019, 2021 ແລະ 2023. ນອກນັ້ນ ຍັງເຮັດໃຫ້ ອາກຊັງຕິນ ກາຍເປັນຊາດທີ່ໄດ້ລາງວັນ ບັນລົງ ດໍ ຫຼາຍກທີ່ສຸດເຖິງ 8 ຄັ້ງຈາກ ເມສຊີ ທັງໝົດ ຫຼາຍກວ່າ ປ໊ອກຕຸຍເກດ 7 ສະໄໝຈາກ 3 ຄົນ, ໂຮນລັງ 7 ສະໄໝຈາກ 3 ຄົນ, ເຢຍລະມັນ 7 ສະໄໝຈາກ 5 ຄົນ ແລະ ຝຣັ່ງ 7 ສະໄໝຈາກ 5 ຄົນ.

ສ່ວນລາງວັນອື່ນໆມີດັ່ງນີ້:
-ລາງວັນບັນລົງດໍ ເຟມິແນ໊ງ ( ນັກເຕະຍິງດີເດັ່ນ ): ໄອຕານາ ບອນມາຕິ ຈາກບາເຊໂລນາ ແລະ ທີມຊາດແອັດສະປາຍ
-ໂກປາ ໂທຣຟີິ ( ນັກເຕະດາວເດັ່ນດີເດັ່ນ ): ຈູ໊ດ ເບລລິງແຮມ ຈາກໂບຣຸສເຊຍ ດ໊ອດມູນ ແລະ ຣີລ ມາດຣິດ ໃນປັດຈຸບັນ
-ຢາຊິນ ໂທຣີ ( ຜູ້ຮັກສາປະຕູດີເດັ່ນ ): ເອມິເລຍໂນ ມາຕີເນຊ ຈາກແອັສຕັນ ວິລລາ ແລະ ທີມຊາດອາກຊັງຕິນ
-ແກດ ມຸລເລີ ໂທຣຟີ ( ກອງໜ້າດີເດັ່ນ ): ເອີລິງ ຮາແລນ ຈາກແມນເຊັສເຕີ ຊິຕີ້ ແລະ ທີມຊາດນອກແວ.
-ໂຊຄຣາເຕສ ອະວອດ ( ນັກເຕະດີເດັ່ນຜູ້ອຸທິດຕົ້ນສັງຄົມ ): ວິນິຊິອຸສ ຈູເນຍ ຈາກຣີລ ມາດຣິດ ແລະ ທີມຊາດບຣາຊິນ
-ເມນສ໌ ຄລັບ ອ໊ອຟ ເດິ ເຢຍ ( ສະໂມສອນບານເຕະຊາຍດີເດັ່ນ ): ແມນເຊັສເຕ ຊິຕີ້
-ວີແມນສ໌ ຄລັບ ອ໊ອຟ ເດິ ເຢຍ ( ສະໂມສອນບານເຕະຍິງດີເດັ່ນ ): ບາເຊໂລນາ