ລິໂອເນລ ເມສຊີ ຄວ້າລາງວັນນັກເຕະດີເດັ່ນຂອງ ຟີຟາ ເບສ ອະວອດສ໌ ສະໄໝທີ 3

80

ລິໂອເນລ ເມສຊີ ກອງໜ້າທີມຊາດອາກຊັງຕິນ ຄວ້າລາງວັນນັກເຕະດີເດັ່ນແຫ່ງປີ ໄປຄອງໄດ້ສໍາເລັດ ຕາມການປະກາດລາງວັນ ຟີຟາ ເບສ ອະວອດສ໌ 2023 ທີ່ນະຄອນຫຼວງລອນດອນ ປະເທດອັງກິດ ເມື່ອວັນທີ 15 ມັງກອນ 2024 ໂດຍເອົາຊະນະ ເອິລິງ ຮາແລນ ທີ່ໄດ້ຮັບຄະແນນໂຫວດເທົ່າກັນທີ 48 ຄະແນນ, ແຕ່ ເມສຊີ ຊະນະໄດ້ເນື່ອງຈາກມີບັນດາຫົວໜ້າທີມຊາດ ເລືອກລາວເປັນອັນດັບ 1 ຫຼາຍທີ່ສຸດ ໂດຍບົດສະຫຼຸບລາງວັນ ຟີຟາ ເບສ ອະວອດ 2023 ມີດັ່ງນີ້:
-ນັກເຕະເຕະຊາຍດີເດັ່ນ: ລິໂອເນລ ເມສຊີ ຈາກອິນເຕີ ໄມອາມີ ແລະ ທີມຊາດອາກຊັງຕິນ
-ນັກເຕະຍິງດີເດັ່ນ: ໄອຕານາ ບອນມາຕິ ຈາກບາເຊໂລນາ ແລະ ແອັດສະປາຍ
-ຜູ້ຮັກສາປະຕູຊາຍດີເດັ່ນ: ເອແດຊອນ ໄມຣາເອສ ຈາກແມນເຊັສເຕີ ຊິຕີ້ ແລະ ບຣາຊິນ
-ຜູ້ຮັກສາປະຕູຊາຍດີເດັ່ນ: ແມຣີ ເອິບສ໌ ຈາກແມນເຊັສເຕີ ຢູໄນເຕັດ ແລະ ອັງກິດ
-ຜູ້ຈັດການທີມຊາຍດີເດເດັ່ນ: ເປ໊ບ ກວາດິໂອລາ ຈາກແມນເຊັສເຕີ ຊິຕີ້
-ຜູ້ຈັດການທີມຍິງດີເດັ່ນ: ຊາຣິນາ ໄວຈ໌ມັນ ຈາກອັງກິດ
-ປະຕູດີເດັ່ນ ( ປຸສກັສ ອະວອດ ): ເຮເມ ມາດຣູກ້າ ( ຍິງໄດ້ໃນນັດທີ່ ໂນໂວຣິຊອນຕິໂນ ພົບກັບ ໂບຕາໂຢໂກ້ ວັນທີ 27 ມິຖຸນາ 2023 ).
-ທີມຊາຍດີເດັ່ນ: ທີໂບ ກູກຕົວ ຜູ້ຮັກສາປະຕູ; ກອງຫຼັງ ໄຄ ວອລເກີ, ຈອນສະໂຕສ໌ ແລະ ຣູເບນ ດິອາສ; ກອງກາງ ແບນາໂດ ຊິລວາ, ເຄວິນ ເດິ ບຣອຍ ແລະ ຈູ໊ດ ແບລລິງແຮມ; ກອງໜ້າ ວິນິຊິອຸສ ຈູເນຍ, ລິໂອເນລ ເມສຊີ, ເອິລົງ ຮາແລນ ແລະ ຄີລິຢັນ ເອັມບັບເປ.
-ທີມຍິງດີເດັ່ນ: ແມຣີ ເອິບສ໌ ຜູ້ຮັກສາປະຕູ; ກອງຫຼັງ ລູຊີ ບຣອນຊ໌, ອະເລັກຊ໌ ກຣີນວູດ ແລະ ໂອລກ້າ ຄາໂມນາ; ກອງກາງ: ລໍເຣນ ເຈມສ໌, ໄອຕານາ ບອນມາຕິ, ຄີຣາ ວອລຊ໌, ເອລລາ ຕູນ ແລະ ອະເລສເຊຍ ຣຸສໂຊ; ກອງໜ້າ ແຊມ ເຄີ ແລະ ອະເລັກຊ໌ ມໍແກນ.