ແຟນບານ ຈໍເຈຍ ແຫ່ລົງສະໜາມຮ່ວມສະຫຼອງກັບທີມຊາດຫຼັງໄດ້ສິດໄປ ຢູໂຣ 2024 ຮອບສຸດທ້າຍ ຄັງປະຫວັດສາດ

145

ບັນດາແຟນບານທີມຊາດ ຈໍເຈຍ ແຫ່ລົງໄປສະຫຼອງໃນສະໜາມ ບໍຣິສ ໄພຊາດເຊ ດິນາໂມ ອາຣີນາ ປະເທດຈໍເຈຍ ຫຼັງຈາກທີມຊາດຈໍເຈຍ ໄດ້ສິດໄປແຂ່ງຂັນບານເຕະລາຍການ ຢູໂຣ 2024 ຮອບສຸດທ້າຍ ຈາກການເອົາຊະນະ ທີມຊາດເກຣັກ ໃນການດວນຈຸດໂທດ 4-2 ຮອບຄັດເລືອກ ຮອບເພລອ໊ອຟ ນັດຊີງຊະນະເລີດສາຍ C ຫຼັງສະເໝີກັນ 0-0.

ຈາກຜົນດັ່ງກ່າວເຮັດໃຫ້ ທີມຊາດຈໍເຈຍ ຜ່ານເຂົ້າຮອບສຸດທ້າຍເປັນຄັ້ງທໍາອິດໃນປະຫວັດສາດລາຍການໃຫຍ່ໆແບບນີ້ ເຮັດໃຫ້ຫຼັງຈົບການແຂ່ງຂັນແຟນບານຫຼາຍພັນຄົນກໍພາກັນແຫ່ລົງສະໜາມ ເພື່ອສະຫຼອງຮ່ວມກັບບັນດານັກເຕະ, ສ່ວນນອກສະໜາມນັ້ນ ຊາວຈໍເຈຍ ກໍສະຫຼອງການຕາມທ້ອງຖະໜົນຢ່າງເຕັມທີ່.

ສໍາລັບ ທີມຊາດຈໍເຈຍ ພາຍໃຕ້ການນໍາທີມຂອງ ວິລລີ ຊາຢອລ ອະດີດກອງຫຼັງຂອງ ບາເຢິນ ມິວນິກ ແລະ ທີມຊາດຝຣັ່ງ ສາມາດພາ ທີມຊາດຈໍເຈຍ ສ້າງຜົນງານຢ່າງໂດດເດັ່ນ ນັບຕັ້ງແຕ່ປີ 2021 ຈົນເຖິງປີ 2024 ສາມາດປົດລ໊ອກພາທີມຜ່ານເຂົ້າໄປຫຼິ້ນຮອບສຸດທ້າຍບານເຕະ ຢູໂຣ 2024 ໄດ້ສໍາເລັດ ໂດຍ ຈໍເຈຍ ຜ່ານເຂົ້າໄປຢູ່ໃນກຸ່ມ F ຮ່ວມກັບ ປ໊ອກຕຸຍການ, ສາທາລະນະລັດເຊັກ ແລະ ຕວັກກີ.