ຈຳພອນ ເລັ່ງສັກວັກຊີນຮອບໃໝ່ໃຫ້ຄົບຕາມເປົ້າໝາຍທີ່ກຳນົດໄວ້

532

ເຖິງວ່າການສັກວັກຊິນຈະບໍ່ສາມາດຕ້ານໂຄວິດໄດ້ 100% ແຕ່ວ່າການສັກວັກຊິນກໍ່ເປັນການຫຼຸດຜ່ອນຄວາມຮ້າຍແຮງ ແລະ ສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ ເຊິ່ງລັດຖະບານ ໄດ້ເນັ້ນໜັກມາຕະຫຼອດນີ້ເປັນວຽກບຸລິມະສິດທີ່ຕ້ອງເຮັດໃຫ້ໄດ້ຕາມກຳນົດເປົ້າໝາຍ 50% ຂອງປະຊາກອນທັງໝົດໃນປີ 2021.

ຕາມການໃຫ້ສຳພາດຂອງທ່ານ ດຣ ພອນສະຫວັນ ອິນສີຊຽງໃໝ່ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຈຳພອນໃຫ້ຮູ້ກ່ຽວກັບການສັກວັກຊີນຕ້ານພະຍາດໂຄວິດ 19 ໃຫ້ພໍ່ແມ່ປະຊາຊົນ ແລະ ກຸ່ມເປົ້າໝາຍພາຍໃນເມືອງ ເຊິ່ງໃນອາທິດທີ່ຜ່ານມາ ວັນທີ 11 ຕຸລາ ສາທາລະນະສຸກເມືອງສາມາດສັກວັກຊີນໄດ້ທັງໝົດ 28% ເຊິ່ງເປົ້າໝາຍພາຍໃນເມືອງແມ່ນໃຫ້ປະຊາຊົນໄດ້ຮັບວັກຊີນຈຳນວນ 70%ຂອງປະຊາກອນທັງໝົດ.

ໂດຍພາຍໃນເມືອງມີທັງໝົດ 170 ບ້ານ, ມີ ຈຸດຮັບວັກຊີນ ແມ່ນ ໂຮງໝໍເມືອງ ຈໍາພອນ ແລະອີກ 18 ຈຸດຂອງໂຮງໝໍນ້ອຍໃນທົ່ວເມືອງ , ປະຊາກອນທັງໝົດມີ 70.000 ກວ່າຄົນ , ອາຍຸ 60ປີຂື້ນໄປມີ 5.000 ກວ່າຄົນ , ຜູ້ທີ່ມີພະຍາດຊຳເຮື້ອ 4.000 ກວ່າຄົນ , ໄດ້ຮັບວັກຊີນແລ້ວ 33.111 ຄົນ ແລະ ຍັງຈະສືບຕໍ່ສັກວັກຊີນໃຫ້ພໍ່ແມ່ປະຊາຊົນຄົບຕາມຈຳນວນທີ່ກຳນົດໄວ້

ນອກຈາກການສັກວັກຊີນຕ້ານພະຍາດໂຄວິດ 19 ແລ້ວນັ້ນ ທາງສາທາລະນະສຸກເມືອງຍັງໄດ້ເລັ່ງໃສ່ວຽກງານປ້ອງກັນພະຍາດໄຂ້ເລືອດອອກ ທີ່ມາໃນຊ່ວງລະດູຝົນ ໃນນີ້ມີບ້ານທີ່ເຝົ້າລະວັງຈຳນວນ 87 ບ້ານທີ່ເຄີຍເກີດມີການລະບາດ ແລະ ທາງສາທາລະນະສຸກເມືອງກໍ່ໄດ້ຈັດສົ່ງພະນັກງານລົງສຳຫລວດ ໜອນນ້ຳພ້ອມທັງຈັດຊຸດຝືກອົບຮົມໃຫ້ແກ່ພະນັກງານວິຊາການອີກດ້ວຍ


ຈາກ: ວິທະຍຸກະຈາຍວຽງ ແຂວງ ສະຫວັນນະເຂດ