ທີມຊາດຫວຽດນາມ ເສຍ 4 ນັດລວດຄັດບານໂລກ 2020 ຮອບ 12 ເຫຼືອອີກ 6 ນັດງານໜັກ

513

ການແຂ່ງຂັນບານໂລກ 2022 ຮອບຄັດເລືອກ ໂຊນອາຊີ ຮອບ 12 ທີມສຸດທ້າຍ ເຊິ່ງແຂ່ງຂັນແລ້ວ 4 ນັດ ເຊິ່ງທີມຊາດຫວຽດນາມ ທີມດຽວຈາກອາຊຽນ ທີ່ຍັງຢູ່ໃນເສັ້ນທາງການລຸ້ນເຂົ້າຮອບ, ແຕ່ວ່າ 4 ນັດທໍາອິດກັບເສຍໄປທັງໝົດຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນລວມ ຫຼັງນັດຫຼ້າສຸດບຸກໄປເສຍໃຫ້ກັບ ໂອມານ 1-3 ເມື່ອວັນທີ 12 ຕຸລາ 2021.

3 ນັດທໍາກ່ອນໜ້ານີ້ ຫວຽດນາມ ເສຍໃຫ້ ຊາອຸດິ ອາຣະເບຍ 1-3, ນັດທີ 2 ເສຍໃຫ້ ອອດສະເຕຣເລຍ 0-1 ແລະ ນັດຫຼ້າສຸດເສຍໃຫ້ ສປ ຈີນ 2-3 ໂດຍສະຖິຕິສະເລ່ຍ 3 ນັດດັ່ງກ່າວຄອງບານສະເລ່ຍ 36%, ຍິງໄປທັງໝົດ 27 ຄັ້ງ ແລະ ຍິງເຂົ້າເປົ້າ 8 ຄັ້ງ, ສ່ວນສະຖິຕິການສົ່ງບານ 1.007 ຄັ້ງ, ສົ່ງບານສໍາເລັດ 70,6%, ໄໝ 28 ຄັ້ງ, 2 ໃບເຫຼືອງ ແລະ 1 ໃບແດງ.

ນັດຫຼ້າສຸດ ເສຍໃຫ້ກັບ ໂອມານ 1-3 ໂດຍຫວຽດນາມ ໄດ້ປະຕູຂຶ້ນນໍາກ່ອນ ຫງຽນ ທຽນ ລິນ ນາທີໆ 39 ກ່ອນທີ່ ໂອມານ ຈະໄດ້ 3 ປະຕູລວດຈາກ Issam Al Sabhi ນາທີໆ 45, Mohsin Al Khaldi ນາທີໆ 49 ແລະ Salah Al-Yahyaei ນາທີໆ 63, ສ່ວນສະຖິຕິຫຼັງການແຂ່ງຂັນ ຫວຽດນາມ ຄອງບານໄດ້ 43% ແລະ ສ້າງໂອກາດຍິງ 10 ຄັ້ງ ( ເຂົ້າເປົ້າພຽງ 3 ຄັ້ງ ), ສ່ວນ ໂອມານ ຄອງບານໄດ້ 57% ແລະ ສ້າງໂອກາດຍິງໄດ້ 16 ຄັ້ງ ( ເຂົ້າເປົ້າ 5 ຄັ້ງ ).

ຜ່ານໄປ 4 ນັດ ທີມຊາດຫວຽດນາມ ໃນກຸ່ມ B ຍັງບໍ່ມີຈັກຄະແນນຢູ່ອັນດັບສຖດທ້າຍຂອງຕາຕະລາງຄະແນນລວມ ໂດຍທີມນໍາເປັນຂອງ, ອາຣັບບີ ຊາອຸດິດ ມີ 12 ຄະແນນ, ອົດສະຕຣາລີິ ມີ 9 ຄະແນນ, ໂອມານ ມີ 6 ຄະແນນ, ຍີ່ປຸ່ນ ມີ 6 ຄະແນນ ແລະ ສປ ຈີນ ມີ 3 ຄະແນນ.

ສໍາລັບ ທີມຊາດຫວຽດນາມ ຍັງຕ້ອງລຸ້ນອີກ 6 ນັດຄື: ວັນທີ 11 ພະຈິກ 2021 ພົບ ຍີ່ປຸ່ນ, ວັນທີ 16 ພະຈິກ 2021 ພົບ ອາຣັບບີ ຊາອຸດິດ, ວັນທີ 27 ມັງກອນ 2022 ພົບ ອົດສະຕຣາລີ, ວັນທີ 1 ກຸມພາ 2022 ພົບ ສປ ຈີນ, ວັນທີ 24 ມີນາ 2022 ພົບ ໂອມານ ແລະ ວັນທີ 29 ມີນາ 2022 ພົບ ຍີ່ປຸ່ນ.