ເຕືອນແລ້ວເດີ! 13-16 ຕຸລານີ້ ທຸກພາກທົ່ວແດນລາວ ລະວັງກັນໃຫ້ດີ

1281

ຈາກທີ່ໄດ້ແຈ້ງໄປເມື່ອບໍ່ດົນມານີ້ ສະບັບທີ 1 ກ່ຽວກັບສະພາບອາກາດ ຫຼື ໄພພິບັດທາງທຳມະຊາດທີ່ຈະເກີດຂຶ້ນ ເຊິ່ງຫຼ້າສຸດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງການໃໝ່ອີກແລ້ວ


ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກົມອຸຕຸນິຍົມ ແລະ ອຸທົກກສາດ ອອກແຈ້ງການ ສະບັບທີ 2 ໃໝ່ເລກທີ 1118/ກອຕທ ລົງວັນທີ 13 ຕຸລາ 2021 ເພື່ອເຕືອນ ພາຍຸເຂດຮ້ອນ ກົມປາສຸ ທີ່ຈະມາຮອດລາວແລ້ວ.

ພາຍຸເຂດຮ້ອນ ກົມປາສຸ (TS KOMPASU) ຫົວທີ 18, ຊຶ່ງໃນເວລາ 10:00 ໂມງ ຂອງວັນທີ 13 ຕຸລາ 2021 ມີຈຸດສູນກາງຢູ່ເຂດທະເລຈີນໃຕ້ຕອນເທິງ ໃນເສັ້ນຂະຫນານທີ 19,2 ອົງສາເຫນືອ ແລະ ເສັ້ນແວງທີ 112,0 ອົງສາຕາເວັນ ອອກ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົກ ດ້ວຍຄວາມໄວ 35 ກິໂລແມັດຕໍ່ ຊົ່ວໂມງ.

ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮໜຳ ແລະ ຈະສືບຕໍ່ເຄື່ອນທີ່ຂຶ້ນຝັ່ງ ທາງພາກເຫນືອ ຂອງປະເທດຫວຽດນາມ ໃນຕອນແລງຂອງວັນທີ 14 ຕຸລາ 2021. ຫຼັງຈາກນັ້ນໃນໄລຍະວັນທີ 14 ຫາ 15 ຕຸລາ 2021 ພາຍຸຫົວນີ້ຈະອ່ອນກໍາລັງລົງກາຍເປັນພາຍຸດີເປຣຊັ້ນ ແລະ ຈະສືບຕໍ່ເຄື່ອນທີ່ເຂົ້າຢູ່ໃນລະຫວ່າງ ເຂດພາກເຫນືອດ້ານຕາເວັນອອກ ແລະ ພາກກາງ ຂອງປະເທດລາວ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ບໍລິຄໍາໄຊ ແລະ ຄໍາມ່ວນ.

ຊຶ່ງໃນໄລຍະວັນທີ 13 ຫາ 16 ຕຸລາ 2021 ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກຫນັກຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກຫນັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເຫນືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງ ຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ໍາຖ້ວມອັ່ງ, ນໍ້າຖ້ວມຍື່ງ ແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍ ສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ ສູງ ແລະ ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 3 ວັນຕໍ່ຫນ້ານີ້.