ລິເວີພູລ ກາຍເປັນທີມດຽວທີ່ຍັງສະກົດຄໍາວ່າເສຍບໍ່ເປັນ ໃນພຣີເມຍລີກ ລະດູການນີ້ ຫຼັງສະເໝີ ແມນຊິຕີ້

357
Liverpool's Mohamed Salah celebrates scoring their side's second goal, during the English Premier League soccer match between Liverpool and Manchester City at Anfield, Liverpool, England, Sunday Oct. 3, 2021. (Peter Byrne/PA via AP)

ລິເວີພູລ ສະໂມສອນຍັກໃຫຍ່ໃນພຣີເມຍລີກ ອັງກິດ ກາຍເປັນທີມດຽວທີ່ຍັງບໍ່ເສຍໃຫ້ກັບທີມໃດໃນລະດູການນີ້ ແລະ ສ້າງສະຖິຕິບໍ່ເສຍໃຫ້ກັບທີມໃດເປັນ 19 ນັດຊ້ອນ ຫຼັງຈາກທີ່ເປີດບ້ານສະເໝີກັບ ແມນເຊັສເຕີ ຊິຕີ້ 2-2 ເມື່ອວັນທີ 3 ຕຸລາ 2021.

ນັດດັ່ງກ່າວ ລິເວີພູລ ນໍາກ່ອນເຖິງ 2 ຄັ້ງ, ແຕ່ ແມນເຊັສເຕີ ຊິຕີ້ ກໍຕາມຕີສະເໝີໄດ້ 2 ຄັ້ງ ກ່ອນກິນກັນບໍ່ລົງຈົບເກມສະເໝີກັບ 2-2 ໂດຍ ລິເວີພູລ ໄດ້ປະຕູຈາກ ຊາດິໂອ ມາເນ ນາທີໆ 59 ແລະ ໂມຮາເໝັດ ຊາລາ ນາທີໆ 76, ສ່ວນ ແມນເຊັສເຕີ ຊິຕີ້ ໄດ້ປະຕູຈາກ ຟິລ ໂຟເດັນ ນາທີໆ 69 ແລະ ເຄວິນ ເດິ ບຣອຍ ນາທີໆ 81.

ຫຼັງຈົບນັດດັ່ງກ່າວ ເຮັດໃຫ້ ລິເວີພູລ ກາຍເປັນທີມດຽວໃນພຣີເມຍລີກ ອັງກິດ ທີ່ຍັງບໍ່ເສຍໃຫ້ກັບທີມໃດເລີຍຈາກ 7 ນັດຊະນະ 4 ແລະ ສະເໝີ 3 ນັດມີ 15 ຄະແນນຢູ່ອັນດັບ 2 ຂອງຕາຕະລາງຄະແນນລວມ, ສ່ວນ ແມນເຊັສເຕີ ຊິຕີ້ ມີ 14 ຄະແນນຢູ່ອັນດັບ 3 ຂອງຕາຕະລາງຄະແນນລວມ.

ນອກນັ້ນ, ລິເວີພູລ ຍັງສ້າງສະຖິຕິບໍ່ເສຍໃຫ້ກັບທີມໃດໃນທຸກລາຍການ 19 ນັດ ດ້ວຍຜົນງານຊະນະ 13 ແລະ ສະເໝີ 6 ນັດ ໂດຍນັບຈາກນັດຫຼັງສຸດທີ່ເສຍໃຫ້ກັບ ຣີລ ມາດຣິດ 1-3 ໃນຢູຟາ ແຊັມປ້ຽນລີກ ຮອບ 8 ທີມສຸດທ້າຍໃນລະດູການທີ່ຜ່ານມາ.
ຮູບຈາກ: AP