ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ຈຸດກວດກາ ຄົນເຂົ້າ-ອອກ ຢູ່ເມືອງທ່າພະບາດ ແລະ ເມືອງປາກກະດິງ

419

ວັນທີ 24 ກັນຍາ, ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງ ໄດ້ລົງຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ກວດກາການເຂົ້າ-ອອກພົນລະເຮືອນລະຫວ່າງແຂວງບໍລິຄຳໄຊ- ນະຄອນຫລວງວຽງຈັນ ແລະ ແຂວງບໍລິຄໍາໄຊ-ແຂວງໄຊສົມບູນ ຢູ່ເມືອງ ທ່າພະບາດ ໃນນັ້ນໄດ້ໄປຈຸດກວດກາ ບ້ານນາໄຊ ເສັ້ນທາງເລກທີ 13 ໄຕ້ ເຂດເຊື່ອມຕໍ່ລະຫວ່າງ ແຂວງບໍລິຄໍາໄຊ-ນະຄອນຫລວງວຽງຈັນ ແລະ ຈຸດກວດກາ ບ້ານປ່າໄລ່ ເຂດເຊື່ອຕໍ່ລະຫວ່າງແຂວງບໍລິຄຳໄຊ-ໄຊສົມບູນ ພາຍຫລງທີ່ໄດ້ອອກຄຳສັ່ງເລກທີ 20/ຂບຊ ລົງວັນທີ 23 ກັນຍາ 2021 ວ່າດ້ວຍມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງບໍລິຄໍາໄຊ ໃນໄລຍະແຕ່ວັນທີ 24 ກັນ ຍາ – 7 ຕຸລາ 2021 (Lock Down) ໂດຍມີ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະສະເພາະກິດເມືອງ ເຂົ້າຮ່ວມຂະບວນ.


ໂອກາດນີ້, ເຈົ້າໜ້າທີ່ຮັບຜິດຊອບຈຸດກວດກາ ໄດ້ລາຍງານສະພາບການເຄື່ອນໄຫວປະຕິບັດໜ້າທີ່ ລວມເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກບາງດ້ານ ໂດຍລວມແລ້ວເຫັນວ່າມີຄວາມສະຫງົບໂດຍພື້ນຖານ ປະຊາຊົນມີຄວາມຕື່ນຕົວເປັນເຈົ້າການເຂົ້າຮ່ວມປະຕິບັດຕາມຄຳສັ່ງຂອງຂັ້ນເທິງວາງອອກ, ພົນລະເຮືອນທີ່ຈະເດີນທາງເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງແມ່ນຫ້າມເດັດຂາດ ຍົກເວັ້ນກໍລະນີທີ່ຈຳເປັນທີ່ໄດ້ລະບຸໄວ້ໃນຄຳສັ່ງຂໍ້ທີ 14 ແຕ່ຕ້ອງໄດ້ຜ່ານການວັດແທກອຸນຫະພູມ, ບັນທຶກຈຸດປະສົງການເຄື່ອນໄຫວ ຈາກຕົ້ນທາງຫາປາຍທາງລະອຽດຈະ ແຈ້ງ.


ຈາກນັ້ນ, ທ່ານ ກອງແກ້ວ ໄຊສົງຄາມ ກໍໄດ້ເນັ້ນໃຫ້ຄະນະສະເພາະກິດຂັ້ນເມືອງ, ຄະນະຮັບຜິດຊອບຈຸດກວດກາ ຈົ່ງໄດ້ເຊື່ອມຊຶມຄຳສັ່ງ ສ້າງຄວາມເຂົ້າໃຈ ຕໍ່ບັນຫາ ສ້າງຄວາມເປັນເອກກະພາບໃນການຈັດຕັ້ງປະຕິບັດໜ້າທີ່, ຕ້ອງກວດກາລະອຽດຕາມຫລັກສຸຂະນາໄມ ທີ່ສາທາລະນະສຸກວາງອອກ, ມີຄວາມຮັບຜິດຊອບໂດຍກົງຕໍ່ໜ້າທີ່ທີ່ຕົນເອງຮັບຜິດຊອບ. ພ້ອມນີ້, ທ່ານຍັງໄດ້ມອບເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ເປັນຕົ້ນ ເຂົ້າ ສານໜຽວ, ໜີ່ສຳເລັດຮູບ, ປອງປາ, ເຈວລ້າງມື, ຜ້າອັດປາກ-ດັງ ໃຫ້ຄະນະຮັບຜິດຊອບກວດກາເພື່ອນຳໃຊ້ເຂົ້າໃນກິດຈະກຳປະຈຳວັນຕື່ມອີກ.


ໃນຕອນແລງຂອງວັນດຽວກັນ, ທ່ານ ເຈົ້າແຂວງ ບໍລິຄໍາໄຊ ພ້ອມຄະນະ ກໍໄດ້ລົງ ຕິດຕາມ, ກວດກາ ການປະຕິບັດໜ້າທີ່ຂອງເຈົ້າໜ້າກວດກາຄົນເຂົ້າ-ອອກເມືອງ ລະຫວ່າງແຂວງບໍລິຄຳໄຊ-ແຂວງຄຳມ່ວນ ເຂດບ້ານນາອິນ ເມືອງປາກກະດິງ ແລະ ໄດ້ມອບເງິນສົດຈຳນວນ 50 ລ້ານກີບ ໃຫ້ເມືອງປາກກະດິງ ເພື່ອນໍາໃຊ້ເຂົ້າໃນການບູລະນະ, ສ້ອມແປງ ອາຄານສູນກັກກັນຢູ່ເມືອງປາກກະດິງ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ໃຫ້ຄະນະຮັບຜິດຊອບກວດກາ, ເຊິ່ງຕາງໜ້າຮັບໂດຍ ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງ ປາກກະດິງ.

ຂ່າວ: ສາຍສະໝອນ, ພາບ: ພັນສະໝອນ