​ມື້​ນີ້ ພົບ​ຜູ້​ຕິດ​ເຊື້ອ​ໃນ​ຊຸມ​ຊົນ 158 ຄົນ​, ນຳ​ເຂົ້າ 65 ຄົນ, ນະ​ຄອນຫຼວງ ບ້ານ​ແດງ​ໃໝ່ 7 ບ້ານ

909

ສະຖານະການ ໂຄວິດ19 ຢູ່ ສ ປປ ມາ ມາຮອດວັນທີ 15 ກັນຍາ 2021 ພົບຜູ້ຕິດເຊື້ອໃໝ່ 223 ຄົນ, ນຳເຂົ້າ 65 ຄົນ, ຊຸມຊົນ 158 ຄົນ ໃນ​ນັ້ນ​ຕິດ​ເຊື້ອ​ໃນ​ຊຸມ​ຊົນຫຼາຍກວ່າ​ໝູ່​ແມ່ນ ຈຳ​ປາ​ສັກ 104 ຄົນ, ຮອງ​ລົງ​ມາ ແມ່ນ ແຂວງ​ຄຳ​ມ່ວນ 17 ຄົນ
ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ການລະບາດຂອງພະຍາດໂຄວິດ-19

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 15 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5.233 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 223 ຄົນເຊິ່ງຕິດເຊື້ອໃນຊຸມຊົນ 158 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 65 ຄົນ ຈາກ ແຂວງສະຫວັນນະເຂດ 27 ຄົນ, ນະຄອນຫຼວງ 19 ຄົນ, ຈໍາປາສັກ 9 ຄົນ, ຄຳມ່ວນ 4 ຄົນ, ສາລະວັນ 3 ຄົນ ແລະ ຫຼວງພະບາງ 3 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າຕາມຈຸດຜ່ານແດນສາກົນ.

ມື້ນີ້ ຜູ້ຕິດເຊື້ອໃນຊຸມຊົນ ຈຳ​ປາ​ສັກ 104 ຄົນ, ຄຳ​ມ່ວນ 17 ຄົນ, ສະ​ຫວັນ​ນະ​ເຂດ 11 ຄົນ, ສາ​ລະ​ວັນ 6 ຄົນ, ບໍ່​ແກ້ວ 2 ຄົນ, ຫຼວງ​ນ້ຳ​ທາ 2 ຄົນ, ນະຄອນຫຼວງວຽງຈັນ 2 ຄົນ ແລະ ເຊກອງ
ສຳລັບເຂດສ່ຽງ, ສະຖານທີ່ ທີ່ຜູ້ຕິດເຊື້ອໄດ້ເດີນທາງໄປ ໃນນະຄອນຫຼວງວຽງຈັນ ຫ້ອງການ ປກສ ນະຄອນຫຼວງ
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 17.905 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4.266 ຄົນ.
ສໍາລັບ ບ້ານ ທີ່ຖືກກຳນົດເປັນບ້ານແດງໃໝ່ໃນນະຄອນຫຼວງວຽງຈັນ ມີ 7 ບ້ານ
ເມືອງ ໄຊເສດຖາ ມີ ບ້ານ ອາມອນ,

ເມືອງ ຈັນທະບູລີ ມີ ບ້ານ ຫ້ວຍຫົງ, ບ້ານ ດົງນາໂຊກໃຕ້
ເມືອງ ສີໂຄດຕະບອງ ບ້ານ ດົງນາໂຊກໃຕ້
ເມືອງ ໄຊຖານີ ບ້ານ ໄຊສະຫວ່າງ, ດົງໝາກຄາຍ, ດ່ານຊ້າງ

ລະວັງກັນໃຫ້ດີໆເດີ້ທຸກຄົນ