ທີມຊາດອີຕາລີ ແຊັມ ຢູໂຣ 2020 ພາຍໃຕ້ການຄຸມທີມຂອງ ໂຣແບໂຕ້ ມັນຊີນີ ສ້າງສະຖິຕິບໍ່ເສຍ 36 ນັດຕິດຕໍ່ກັນລວມທຸກລາຍການ ຫຼັງຈາກທີ່ ບຸກສະເໝີ ທີມຊາດສະວິດ 0-0 ເມື່ອວັນທີ 5 ກັນຍາຜ່ານມາ ໃນການແຂ່ງຂັນ ບານໂລກ 2022 ຮອບຄັດເລືອກ ໂຊນເອີຣົບ ກຸ່ມ C.
ຜົນງານດັ່ງກ່າວ ຍັງທຳລາຍສະຖິຕິຂອງທີມຊາດແອັດສະປາຍ ລະຫວ່າງປີ 2007-2009 ແລະ ທີມຊາດບຣາຊິນ ທີ່ບໍ່ເສຍ 35 ນັດຕິດຕໍ່ກັນ ລະຫວ່າງປີ 1993-1996
ສໍາລັບນັດຕໍ່ໄປ ອີຕາລີ ຈະພົບກັບ ລິທົວນີິ ໃນວັນທີ 8 ກັນຍາ 2021 ລຸ້ນເພີ່ມສະຖິຕິເປັນນັດທີ 37