WHO ປະກາດ ຕິດຕາມສາຍພັນ B.1.621 ພ້ອມເຕືອນວັກແຊັງອາດເອົາບໍ່ຢູ່

214

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 2 ກັນຍາ 2021 ວ່າ ອົງການອະນາໄມໂລກ ( WHO ) ອອກຖະແຫຼງການວ່າ: ກຳລັງຕິດຕາມເຊື້ອໄວຣັສສາຍພັນໃໝ່ທີ່ເອີ້ນວ່າ “ MU ” ຫຼື B.1.621 ເຊິ່ງອົງການອະນາໄມໂລກຄາດວ່າສາຍພັນດັ່ງກ່າວນີ້ ມີການກາຍພັນຫຼາຍຕຳແໜ່ງ ເຮັດໃຫ້ສາມາດຫຼົບຫຼີກພູມຕ້ານທານຂອງຮ່າງກາຍທີ່ສ້າງຂຶ້ນຫຼັງການສັກວັກແຊັງ ຫຼື ຫຼັງການຕິດເຊື້ອໂຄວິດ – 19 ປິ່ນປົວຫາຍດີແລ້ວ. ໂດຍອົງການອະນາໄມໂລກຈັດສາຍພັນດັ່ງກ່າວນີ້ ເປັນສາຍພັນທີ່ໜ້າຕິດຕາມ.

ອົງການອະນາໄມໂລກ ເປີດເຜີຍວ່າ: ໄວຣັສສາຍພັນ B.1.621 ມີການກາຍພັນໃນລະດັບພັນທຸກຳ ເຊິ່ງເຮັດໃຫ້ພູມຕ້ານທານຂອງຮ່າງກາຍຕາມທຳມະຊາດ ຫຼື ວັກແຊັງທີ່ໃຊ້ຢູ່ທົ່ວໂລກຂະນະນີ້ ລວມທັງການປິ່ນປົວດ້ວຍການໃຊ້ monoclonal antibody ເຊິ່ງເປັນແອນຕີບໍດີທີ່ສ້າງຈາກເຊວເມັດເລືອດຂາວທີ່ອອກແບບມາເພື່ອປິ່ນປົວພະຍາດໂຄວິດ – 19 ອາດຈະໃຊ້ບໍ່ໄດ້ຜົນກັບສາຍພັນດັ່ງກ່າວນີ້.

ທັງນີ້, ສາຍພັນ B.1.621 ກວດພົບຄັ້ງທຳອິດໃນປະເທດໂກລົມບີ ຫຼັງຈາກນັ້ນໄດ້ແຜ່ກະຈາຍໄປ 40 ປະເທດທົ່ວໂລກ, ຫຼ້າສຸດເມື່ອວັນທີ 1 ກັນຍາ 2021 ນີ້ ຍີ່ປຸ່ນໄດ້ກວດພົບຜູ້ຕິດເຊື້ອສາຍພັນດັ່ງກ່າວ 2 ຄົນ ເຊິ່ງເປັນການນຳເຂົ້າ ໂດຍຜູ້ທຳອິດເປັນເພດຍິງ ອາຍຸ 40 ກວ່າປີ ທີ່ເດີນທາງມາຈາກສະຫະລັດອາຣັບເອເມເຣັດ ແລະ ອີກຄົນໜຶ່ງ ເປັນເພດຍິງ ອາຍຸປະມານ 50 ກວ່າປີ ເດີນທາງມາຈາກອັງກິດ ໂດຍທັງ 2 ຄົນຕິດເຊື້ອແບບບໍ່ສະແດງອາການ.