ຫວຽດນາມ ລົງມືກໍ່ສ້າງໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ – ຈີລັງ

42

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໂຄງການເສັ້ນທາງ ຄວາມໄວສູງດ່ານຊາຍແດນ ຮຶວ   ງີ້ – ຈີລັງ ໄດ້ຮັບການລົງທຶນຕາມຮູບແບບ BOT ມີລວງຍາວເກືອບ 60 ກິໂລແມັດ ດ້ວຍຍອດເງິນລົງທຶນແມ່ນກວ່າ 11.000 ຕື້ດົ່ງ ຫລື ປະມານ 430 ລ້ານໂດລາສະຫະລັດ  ເຊິ່ງຄາດວ່າ,ຈະກໍ່ສ້າງສຳເລັດໃນປີ 2026.

อาจเป็นรูปภาพของ 7 คน และ ข้อความพูดว่า "Jhmny Groeey GRa DEOCA ROUP Nghl aoig 电て DEOCA CONSTRUCTION VOND TÌNGH LANG SƠN LỄ KHỞI CÔNG TUYẾN CAO TỐC CỬA KHẨU HỮU NGHỊ CHI LĂNG TH H Lạng Sơn, ngày 21 tháng 4 năm 2024 DEOCA F DIEOCA"

ຕອນເຊົ້າວັນທີ 21 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງີ້ – ຈີລັງ ແຂວງ ລາງເຊີນ-ໂຄງການສຸດທ້າຍຂຶ້ນກັບເສັ້ນທາງຄວາມໄວສູງ ເໜືອ – ໃຕ້ ຕອນແຕ່ ລາງເຊີນ ໄປຮອດ ກາເມົາ.

ໂຄງການເສັ້ນທາງຄວາມໄວສູງດ່ານຊາຍແດນ ຮຶວງີ້ – ຈີລັງ ໄດ້ຮັບການລົງທຶນຕາມຮູບແບບ BOT ມີລວງຍາວເກືອບ 60 ກິໂລແມັດ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2026.

ທ່ານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ໂຄງການດັ່ງກ່າວໄດ້ເປີດການພັດທະນາໃໝ່, ເຊື່ອມຕໍ່ຄົມມະນາຄົມ, ເຊື່ອມຕໍ່ເສດຖະກິດລະຫວ່າງເຂດພູດອຍ ທາງພາກເໜືອ ກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ເຊື່ອມຕໍ່ 2 ແລວເສດຖະກິດ: ໜານໜິງ – ລ້າງເຊີນ – ຮ່າໂນ້ຍ – ຫາຍຟ່ອງ ແລະ ລ້າງເຊີນ – ຮ່າໂນ້ຍ – ໂຮ່ຈີມິນ – ໂມກບ່າຍ; ແມ່ນປະຕູສຳຄັນເພື່ອເຊື່ອມຕໍ່ບັນດາປະເທດ ອາຊຽນ ກັບ ຈີນ.